ການປະຊຸມຖະແຫຼງຂ່າວສາກົນ ແນະນໍາກ່ຽວກັບການດໍານໍ້າພະຈົນໄພ ແມ່ນໍ້າລອດພື້ນໃນຖໍ້າ ເຊີນດອງ

(VOVWORLD) -ຖໍ້າເຊີນດອງ ຈະກາຍເປັນສິ່ງທີ່ລຶກລັບສໍາລັບບັນດານັກຊ່ຽວຊານຄົ້ນຄວ້າກ່ຽວກັບຖໍ້າ ແລະ ບັນດານັກວິທະຍາສາດ.
ການປະຊຸມຖະແຫຼງຂ່າວສາກົນ ແນະນໍາກ່ຽວກັບການດໍານໍ້າພະຈົນໄພ ແມ່ນໍ້າລອດພື້ນໃນຖໍ້າ ເຊີນດອງ - ảnh 1ການປະຊຸມຖະແຫຼງຂ່າວສາກົນ ແນະນໍາກ່ຽວກັບການດໍານໍ້າພະຈົນໄພ ແມ່ນໍ້າໃຕ້ດິນໃນຖໍ້າ ເຊີນດອງ 

ວັນທີ 9 ເມສາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນການປະຊຸມຖະແຫຼງຂ່າວສາກົນແນະນໍາກ່ຽວກັບການດໍານໍ້າພະຈົນໄພຄັ້ງຫຼ້າສຸດຢູ່ແມ່ນໍ້າລອດພື້ນໃນຖໍ້າເຊີນດອງ, ເຊິ່ງເປັນຖໍ້າທີ່ໃຫຍ່ທີ່ສຸດໃນໂລກ. ທີ່ການປະຊຸມຖະແຫຼງຂ່າວ, ບັນດານັກຊ່ຽວຊານຂອງສະຫະສະມາຄົມຖໍ້າແຫ່ງລາຊະອານາຈັກອັງກິດ ໃຫ້ຮູ້ວ່າ:  ເຖິງວ່າໃນການດໍານໍ້າພະຈົນໄພຫວ່າງແລ້ວນີ້ ບໍ່ສາມາດປະຕິບັດການພິຊິດຖໍ້າເລິກລົງໄປໃຕ້ດິນທີ່ເຊື່ອມຕໍ່ຖໍ້າທຸງ ໃສ່ກັບ ຖໍ້າເຊີນດອງ ໄດ້ກໍຕາມ ແຕ່ຍ້ອນຄວາມບໍ່ສໍາເລັດນັ້ນ ໄດ້ພົບເຫັນລະບົບຖໍ້າໃຕ້ດິນຕື່ມອີກ ເຊິ່ງມີຄວາມເລິກກວ່່າລະດັບໜ້ານໍ້າທະເລ ຢູ່ຖໍ້າ ຟອງຍາແກ໋ບ່າງ.  ທ່ານ Jason Mallison ນັກຊ່ຽວຊານດໍານໍ້າ ສັງກັດ ສະຫະສະມາຄົມຖໍ້າ ແຫ່ງລາຊະອານາຈັກອັງກິດ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ນໍາໃຊ້ລະບົບເຄື່ອງຊ່ວຍຫາຍໃຈທີ່ນໍາມາຈາກ ອັງກິດ. ນີ້ແມ່ນລະບົບທີ່ສາມາດນໍາໃຊ້ໄດ້ກັບລະດັບຄວາມເລິກຂອງນໍ້າ 70 ແມັດ. ພວກຂ້າພະເຈົ້າ ດໍາລົງໄປເລິກສຸດແຕ່ 77 ແມັດ ແຕ່ຍັງບໍ່ທັນຮອດພື້ນເທື່ອ. ພວກຂ້າພະເຈົ້າ ຄາດຄະເນວ່າ ລະດັບຄວາມເລິກຂອງຖໍ້າແຫ່ງນີ້ແມ່ນ 100 ແມັດ. ເພື່ອສືບຕໍ່ດໍານໍ້າການພະຈົນໄພໃນຄັ້ງຕໍ່ໄປ, ພວກຂ້າພະເຈົ້າຈະຕ້ອງນໍາໃຊ້ ອົກຊີ heli ເພື່ອສາມາດດໍາໄປໄດ້ເລິກກວ່ານີ້ອີກ”.

ດ້ວຍການຄົ້ນພົບນີ້ ຖໍ້າເຊີນດອງ ພັດກາຍເປັນສິ່ງລຶກລັບສໍາລັບບັນດານັກຊ່ຽວຊານຄົ້ນຫາກ່ຽວກັບຖໍ້າ ແລະ ບັນດານັກວິທະຍາສາດ. ຕາມບັນດານັກຂ່ຽວຊານຄົ້ນຄວ້າຖໍ້າຂອງ ອັງກິດແລ້ວ, ດ້ວຍການຄາດຄະເນທັງໝົດຂຶ້ນເຖິງ 38,5 ລ້ານແມັດກ້ອນ, ຖໍ້າເຊີນດອງ ສາມາດລື່ນກາຍຖໍ້າ Deer ຂອງ ມາເລເຊຍ ເຊິ່ງເຄີຍຄອງສະຖິຕິໂລກໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ