ການປະທະກັນຢູ່ຢູແກຼນຕາເວັນອອກສືບຕໍ່ເພີ່ມຂຶ້ນກ່ອນການເຈລະຈາ4ຝ່າຍຢູ່ປາຣີ
(ພາບປະກອບ: The Nation)
(vovworld) - ການປະກັນທີ່ກໍ່ຄວາມລົ້ມຫາຍຕາຍຈາກຖືກເກີດຂຶ້ນຢູ່ຢູແກຼນຕາເວັນອອກ ໃນວັນທີ 23/06, ກ່ອນທີ່ດຳເນີນບັນດາການເຈລະຈາລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດ 4 ປະເທດ ຢູແກຼນ, ລັດເຊຍ, ຝລັ່ງ ແລະ ເຢຍລະມັນ ຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ພຽງ 2 - 3 ຊົ່ວໂມງ, ດ້ວຍຄວາມຫວັງຊອກຫາບັນດາມາດຕະການສັນຕິພາບເພື່ອແກ້ໄຂວິກິດການທີ່ແກ່ຍາວເປັນເວລາ 1 ກວ່າປີທີ່ຜ່ານມາ ຢູ່ຢູແກຼນ. ກ່ອນການເຈລະຈາດັ່ງກ່າວພຽງ 2 – 3 ຊົ່ວໂມງ, ກຳລັງທວງເອົາເອກະລາດ ໄດ້ກ່າວຫາກອງທັບລັດຖະບານໄດ້ບຸກໂຈມຕີ ເຮັດໃຫ້ສະມັນຊົນ 3 ຄົນເສຍຊີວິດ. ໃນຂະນະນັ້ນ, ກອງທັບ Kiev ໃຫ້ຮູ້ວ່າ, ມີພົນທະຫານຄົນ 1 ຖືກເສຍຊີວິດ ແລະ ກ່າວຫາບັນດາມືປືນທວງເອົາເອກະລາດ ໄດ້ດຳເນີນການຍິງປືນໃຫຍ່ເຊິ່ງໄດ້ຮັບຖືວ່າແມ່ນດຸເດືອດທີ່ສຸດນັບແຕ່ຕົ້ນປີມາຮອດປະຈຸບັນ ແນໃສ່ເຂດທີ່ມີຄວາມສະຫງົບສຸກພໍສົມຄວນຢູ່ເຂດຕາເວັນອອກ.