ການປະທະກັນລະຫວ່າງ ຕຳຫຼວດແລະຜູ້ແຫ່ ຂະບວນປະທ້ວງຢູ່ອີຢີບ
ການປະທະກັນຢູ່ກາຍໂຣເມື່ອວັນທີ 28/3
(ພາບ: THX/TTXVN)
(vovworld)- ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ແລະ 17 ຄົນຖືກບາດເຈັບໃນການແຫ່ຂະບວນປະທ້ວງຄັ້ງຕ່າງໆຂອງກຳລັງອິດຊະລາມຢູ່ອີຢີບ ເມື່ອວັນທີ 28/3, ເພື່ອແນໃສ່ຄັດຄ້ານເລື່ອງອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Abdel Fattah el Sisi ຫາສຽງເລືອກຕັ້ງປະທານາທິບໍດີ. ໃນຊຸມເດືອນຜ່ານມາ, ມະຫາວິທະຍາໄລ Ain Shams ແມ່ນ 1 ໃນບັນດາຈຸດເຄັ່ງຮ້ອນຂອງການແຫ່ຂະບວນປະທ້ວງໂດຍອົງການອ້າຍນ້ອງຊາວມິດຊະລິມ (MB) ປຸກລະດົມເພື່ອແນໃສ່ຄັດຄ້ານລັດຖະບານຊົ່ວຄາວໂດຍກອງທັບໜູນຊ່ວຍ.
ໃນຂະນະນັ້ນ, ວັນທີ 28/3, ຄະນະກຳມະການເລືອກຕັ້ງປະທານາທິບໍດີອີຢີບ ປະກາດວ່າຈະຮັບໃບຄຳຮ້ອງຫາສຽງເລືອກຕັ້ງປະທານາທິບໍດີ ຈາກບັນດາຜູ້ອອກສະໝັກຮັບເລືອກຕັ້ງໃນຮອບເວລາ 21 ວັນ, ນັບແຕ່ວັນທີ 31/3. ໄລ່ຮອດຈຸດເວລານີ້, ມີພຽງແຕ່ທ່ານ El Sisi ແລະ ທ່ານ Hamdeen Sabbahi ນັກການເມືອງພັກຝ່າຍຊ້າຍ ໄດ້ປະກາດຈະອອກຫາສຽງເລືອກຕັ້ງເທົ່ານັ້ນ. ຫາງສຽງຖືວ່າ: ທ່ານ El Sisi ຈະໄດ້ຮັບໄຊຊະນະຢ່າງງ່າຍດາຍຍ້ອນທ່ານໄດ້ຮັບການສະໜັບສະໜູນຈາກ ປຊຊ ເປັນຈຳນວນຫຼາຍ./.