ການຜະລິດອຸດສາຫະກຳໃນຊຸມເດືອນຕໍ່ໜ້າຈະດີກວ່າ

ການຜະລິດອຸດສາຫະກຳໃນຊຸມເດືອນຕໍ່ໜ້າຈະດີກວ່າ - ảnh 1
(ພາບປະກອບ)
(vovworld) - ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 01/04, ກະຊວງ​ອຸດສາຫະກຳການ​ຄ້າ ​ໃຫ້​ຮູ້​ວ່າ, ສະພາບ​ການ​ຜະລິດ​ອຸດສາຫະກຳ​ໃນ​ຊຸມ​ເດືອນ​ຕໍ່ໜ້າ​ຈະ​ດີກວ່າ ຍ້ອນ​​ນັ້ບແຕ່ຕົ້ນເດືອນ 2, ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ມີທ່າ​ອ່ຽງ​ເພີ່ມ​ການ​ນຳ​ເຂົ້າ​ວັດຖຸ​ດິບ​​. ນີ້​ອາດຖື​ວ່າ ​ແມ່ນ​ສັນຍານ​ທີ່​ດີ​ໃຫ້​​ການ​ຟື້ນ​ຟູ​ການ​ຜະລິດ. ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ລັດ​ເລີ່​ມມີປະ​ໂຫຍ​ດ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ຕະຫຼາດ, ​ໂດ​ຍສະ​ເພາະ​ແມ່ນ​ບັນດາ​ວັດ​ສະ​ດຸ​ກໍ່ສ້າງ. ທ່ານ ຫງວຽນ​ແທງ​ຮ່ວາ, ຮອງ​ຫົວ​ໜ້າ​ກົມ​ແຜນການ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ຜະລິດ​ອຸດສາຫະກຳ​ມີ​ສັນຍານ​ທີ່​ດີ. ​ໃນ​ນັ້ນ, ມີ​ບາງ​ຂະ​ແໜງ​ສິນຄ້າ​ຄື ​ເຄື່ອງ​ຕໍ່າ​ແຜນ​ຕັດ​ຍິບ, ​ເກີບ​ໜັງ, ​ໃບ​ສັ່ງ​ຊື້​ສິນຄ້າ​ງວດ​ທີ 2 ທີ 3 ​​ໄດ້ມີ​ຢູ່ແລ້ວ. ສິ່ງ​ດັ່ງກ່າວ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ວົງ​ເງິນ​ສົ່ງ​ອອກ​ຂອງ​ບັນດາ​ວິ​ສາ​ຫະກິດພາຍ​ໃນ​ປະ​ເທດ​ໃນ 3 ​ເດືອນຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 10%. ຖ້າ​ຫາກ​ວ່າ​ໃນ​ເດືອນ 12/2012, ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ​ສ່ວນ​ຫຼາຍ​ບໍ່​ເພີ່ມ​ຂຶ້ນ, ​ແຕ່​ໃນງວດ​ນີ້​ໄດ້ສະ​ແດງໃຫ້​ເຫັນ​ວ່າ ທ່າ​ອ່ຽງພັດທະນາ​ການ​ຜະລິດ​ໄດ້​ເພີ່ມ​ຂຶ້ນ”.

        ​ແລະກໍ​ຕາມ​ກະຊວງ​ອຸດສາ​ຫະກຳ​ການ​ຄ້າ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ໃນ​ງວດ​ທີ 1 ຄາດ​ວ່າບັນລຸ​ ເກືອບ 30 ຕື້ USD ​ເພີ່ມ​ຂຶ້ນ 19,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດ່ຽວ​ກັນ​ຂອງ​ປີ 2012. ​ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ໝວດ​ສິ້ນ​ຄ້າ​ອຸດສາຫະກຳ​ຜະລິດປຸງ​ແຕ່ງ​ໄດ້​ຮັບ​ການ​ເຕີບ​ໂຕ​​ໃນ​ລະດັບ​ສູງ​ສຸດແມ່ນ 31,8%.

ຂ່າວ/ບົດ​ອື່ນ