ທ່ານ ເຈືອງຮ່ວາຍນາມ ແລະ ທ່ານ ເບີຢາ
(ພາບອິນເຕີແນັດ)
(vovworld) – ສະຫະສະມາຄົມບັນດາອົງການມິດຕະພາບນະຄອນ ເກີ່ນເທີ ສົມທົບກັບສະຖານກົງສູນໃຫຍ່ ສປປ ລາວ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງການພົບປະສັງສັນມິດຕະພາບຊົມເຊີຍສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົມຮອດ 40 ປີໃນຕອນຄ່ຳວັນທີ 03/12 ຢູ່ນະຄອນ ເກີ່ນເທີ. ນະທີ່ນີ້ ບັນດາຜູ້ແທນເຫັນດີເປັນເອກະສັນນຳກັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ການພົວພັນແຮກຊ່ຽວລະຫວ່າງນະຄອນ ເກີ່ນເທີກັບແຂວງ ສາລະວັນ ເວົ້າສະເພາະນັບມື້ນັບໄດ້ຮັບການປັບປຸງໄດ້ພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ກ່າວຄຳເຫັນທີ່ພິທີ, ທ່ານ ເບີຢາ ຮອງສະຖານກົງສູນໃຫຍ່ລາວ ປະຈຳນະຄອນ ໂຮຈີມິນ ເນັ້ນໜັກວ່າ:
“ຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຂອບອົກຂອບໃຈ,ຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ສະຫງວນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນທັນການ, ຂອບໃຈການນຳ ແລະ ປະຊາຊົນນະຄອນ ເກີ່ນເທີ ຍາມໃດກໍແບ່ງປັນນ້ຳໃຈໄມຕີຈິດ, ຊ່ວຍເຫຼືອພວກຂ້າພະເຈົ້າຄືຄົນໃນຄອບຄົວດຽວກັນ, ເພື່ອນມິດສະຫາຍພວກຂ້າພະເຈົ້າໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ເວົ້າລວມ ແລະ ລະຫວ່າງນະຄອນ ເກີ່ນເທີ ກັບບັນດາແຂວງ, ນະຄອນຂອງປະເທດ ສປປ ລາວ ເວົ້າສະເພາະຂຶ້ນສູ່ລະດັບສູງໃໝ່. ”