ການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ ອາດຈະດຳເນີນໃນລະດູຮ້ອນປີນີ້

(VOVWORLD) - ວັນທີ 15 ມິຖຸນາ, ສຳນັກຂ່າວສານ RIA ຂອງ ລັດເຊຍ ໄດ້ໃຫ້ຂ່າວວ່າ ວັງ Kremlin ອາດຈະຈັດຕັ້ງການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump

ຊຶ່ງຄາດວ່າຈະດຳເນີນໃນລະດູຮ້ອນປີນີ້. RIA ໄດ້ຄັດສະເໜີຄຳເວົ້າຂອງໂຄສົກວັງ Kremlin ທ່ານ Dmitry Peskov ຍົກອອກແຈ້ງການດັ່ງກ່າວ ແຕ່ບໍ່ເປີດເຜີຍລາຍລະອຽດກ່ຽວກັບໄລຍະເວລາທີ່ດຳເນີນການພົບປະ.

        ກ່ອນໜ້ານັ້ນ, ທ່ານ Peskov ໃຫ້ຮູ້ວ່າ: ນະຄອນຫລວງ ວຽນ ຂອງປະເທດ ໂອຕາລິດ ແມ່ນໜຶ່ງໃນບັນດານະຄອນ ພວມໄດ້ຮັບການຊັ່ງຊາເລືອກເຟັ້ນເປັນສະຖານທີ່ຈັດຕັ້ງການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ, ຖ້າຫາກມີການດຳເນີນການພົບປະ.

        ໃນການຕອບສຳພາດຕໍ່ສຳນັກຂ່າວສານ Interfax ໃນວັນທີ 09 ມິຖຸນາ, ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມຫວັງຕໍ່ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ວ່າ ຈະໄດ້ຮັບການປັບປຸງ ແລະ ຄາດຄະເນວ່າ ການພົບປະຂອງທ່ານ ກັບ ທ່ານປະທານາທິບໍດີ Trump ຈະມີລັກສະນະສ້າງສັນ.

ຕອບກັບ

ຂ່າວ/ບົດ​ອື່ນ