ການພົບປະສົນທະນາກ່ຽວກັບໄຊຊະນະດ້ຽນບຽນຝູແລະໄຊຊະນະຟາດຊີດຢູ່ລັດເຊຍ

ການພົບປະສົນທະນາກ່ຽວກັບໄຊຊະນະດ້ຽນບຽນຝູແລະໄຊຊະນະຟາດຊີດຢູ່ລັດເຊຍ - ảnh 1
ການເຄື່ອນໄຫວສະເຫລີມສະຫລອງໄຊຊະນະຟາດຊີດ
ພາບ:AFP/TTXVN

(vovworld)- ການ​ພົບ​ປະ​ສົນທະ​ນາ​ດັ່ງກ່າວ​ໂດຍ​ສະມາຄົມນັກຮົບ​ເກົ່າ​ລັດ​ເຊຍ ຢູ່ຫວຽດນາມ  ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ລັດ​ເຊຍ-​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 29/4 ຢູ່ ມົດ​ສະ​ກູ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ໄຊຊະນະ​ດ້ຽນບຽນ​ຝູຂອງ​ຫວຽດນາມ(7/5/1954) ​ແລະ ​ໄຊຊະນະ​ຂອງ​ກອງທັບ​ແດງ​ໂຊ​ວຽດ​ໃນ​ສົງຄາມປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່​(9/5/1945). ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ຊ່ຽວຊານ​ໂຊ​ວຽດ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໄຊຊະນະ ດ້ຽນບຽນ​ຝູ ​ແມ່ນ​ໄຊຊະນະ​ຂອງ​ການ​ປະສານ​ສົມທົບ​ລະຫວ່າງ​ຍຸດ​ທະ​ສາດ​ການ​ທະຫານ​ທັນ​ສະໄຫມກັບສິລະປະສົງຄາມກອງຫລອນຂອງຫວຽດນາມ. ໄຊຊະນະນີ້ບໍ່ພຽງແຕ່ນຳມາເຊິ່ງສັນຕິພາບໃຫ້ແກ່ຫວຽດນາມ ເທົ່ານັ້ນ ຫາກຍັງ​ປະກອບສ່ວນ​ສ້າງສັນ​ຕິ​ພາບ​ຢູ່ ອິນດູ​ຈີນ, ​ເຮັດ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ຝລ່ັງ ຕ້ອງ​​ເຊັນ​ສັນຍາ ​ເຊີ​ແນວ.

ຂ່າວ/ບົດ​ອື່ນ