ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

(VOVWORLD) - ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ
ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ - ảnh 1ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ບັງກະລາເທດ  (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ບັງກະລາເທດ Shirin Sharmin Chaudhury, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການໃນລະຫວ່າງວັນທີ 21 ກັນຍາ ຫາວັນທີ 23 ກັນຍາ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ ຫໍສະພາແຫ່ງຊາດ ບັງກະລາເທດ ຢູ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ບັງກະລາເທດ Shirin Sharmin Chaudhury.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ບັງກະລາເທດ, ຕີລາຄາການພົວພັນສອງປະເທດມີພື້ນຖານຢ່າງໝັ້ນແກ່ນແມ່ນຄວາມໄວ້ເນື້ອເຊື່ອໃຈ. ສອງຝ່າຍຍັງເຫັນດີເປັນເອກະພາບຕໍ່ບາງການກຳນົດທິດໃຫຍ່ ເພື່ອແນໃສ່ນຳການພົວພັນຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບດ້ານການເມືອງ, ການນຳສອງທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ບັນດາຊ່ອງທາງລັດ, ລັດຖະບານ ແລະ ສະພາແຫ່ງຊາດກໍ່ຄືການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການຜັນຂະຫຍາຍກົນໄກສອງຝ່າຍ, ເປັນຕົ້ນແມ່ນກຳມາທິການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ.

 ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານໄດ້ເຊັ່ນບົດບັນທຶກຊ່ວຍຈຳສະບັບທຳອິດລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ເປັນສັກຂີພິຍານ ພິທີເຊັ່ນບົດບັນທຶກຊ່ວຍຈຳລະຫວ່າງສະພາແຫ່ງຊາດສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ