ການພົວພັນຫວຽດນາມ-ອາເມລິກາ“ບໍ່ມີຫຍັງແມ່ນບໍ່ສາມາດປະຕິບັດໄດ້“
ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius
(ພາບອີນເຕີແນັດ)
(vovworld) - ການພົວພັນຫວຽດນາມ-ອາເມລິກາ“ບໍ່ມີຫຍັງແມ່ນບໍ່ສາມາດປະຕິບັດໄດ້ “ ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາເປັນປົກກະຕິ (11/7/1995-11/7/2015). ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, 20 ປີ ຜ່ານມາໄດ້ເຫັນປະຈັກຕາບັນດາຂີດໝາຍສຳຄັນໃນການພົວພັນຫວຽດນາມ-ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມແຕກຕ່າງກັນກ່ຽວກັບທັດສະນະມະນຸດສະທຳ, ສາສະໜາລະຫວ່າງສອງປະເທດ, ແຕ່ “ບໍ່ມີຫຍັງແມ່ນບໍ່ສາມາດປະຕິບັດໄດ້ “ໃນການພົວພັນ ຫວຽດນາມ-ອາເມລິກາ. ເພາະມີແຕ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖືຄວາມແຕກຕ່າງຂອງກັນເທົ່ານັ້ນ, ສອງປະເທດຈະສາມາດປະຕິບັດຈຸດໝາຍຮ່ວມມືພັດທະນາໄດ້.
“ຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນວ່າ “ອັນໃດກໍ່ສາມາດປະຕິບັດໄດ້“ ແລະ ຂ້າພະເຈົ້າຖືວ່າອະນາຄົດຂອງສອງປະເທດແມ່ນສົດໄສທີ່ສຸດ. ກ່ອນນີ້ 2 ປີ, ພວກເຮົາໄດ້ລົງນາມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານ ແລະ ວາງອອກ 9 ຂົງເຂດຮ່ວມມື. ແລະ ພວກເຮົາເຫັນໄດ້ຄວາມກ້າວໜ້າໃນ 9 ຂົງເຂດດັ່ງກ່າວ. ປະຈຸບັນພວກຂ້າພະເຈົ້າຫວັງວ່າການພົວພັນລະຫວ່າງສອງປະເທດຈະພັດທະນາກວ່າອີກ, ບໍ່ພຽງແຕ່ໃນຂົງເຂດ 2 ຝ່າຍເທົ່ານັ້ນ, ຫາກພວກເຮົາສາມາດເຮັດວຽກງານລວມໃຫ້ພາກພື້ນ ແລະ ທົ່ວໂລກອີກດ້ວຍ”.