(vovworld) – ຕອນບ່າຍວັນທີ 20/08, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີ ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາຮຸງກາຣີ (20/08). ກ່າວຄຳເຫັນທີ່ພິທີ, ທ່ານສາດສະດາຈານ ເລມິງຈ໋ຽດ, ປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີ ນະຄອນໂຮ່ຈິມິນ ແບ່ງປັນວ່າ: ຫວຽດນາມ ແລະ ຮຸງກາຣີ ເຖິງວ່າຫ່າງໄກດ້ານພູມສາດກໍ່ຕາມ ແຕ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ຊາດໄດ້ຮັບການສ້າງຕັ້ງ, ຮັກສາ ແລະ ພັດທະນາໃນກວ່າ 60 ປີຜ່ານມາ. ຍາມໃດປະຊາຊົນຫວຽດນາມ ກໍ່ຈົດຈຳການຊ່ວຍເຫຼືອທີ່ສຸດຈິດສຸດໃຈຂອງລັດຖະບານ ແລະ ປະຊາຊົນຮຸງກາຣີ ທີ່ສະຫງວນໃຫ້ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ່ອັນຍາວນານ, ປົດປ່ອຍຊາດ ແລະ ພັດທະນາປະເທດພາຍຫຼັງສົງຄາມຄືນໃໝ່. ຕາມທ່ານສາດສະດາຈານ ເລມິງຈ໋ຽດ ແລ້ວ, ໃນປະຈຸບັນ, 2 ປະເທດພວມພ້ອມກັນເປີດໄລຍະໃໝ່ໃນໄລຍະຮ່ວມມືຂຶ້ນກັບຫຼາຍຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ. ປະຈຸບັນ ຮຸງກາຣີ ມີ 11 ໂຄງການລົງທຶນຢູ່ຫວຽດນາມ. ແຕ່ລະປີ, ຮຸງກາຣີ ໄດ້ສະຫງວນ 50 ທຶນສຶກສາ ໃຫ້ນັກສຶກສາ ແລະ ນັກຄົ້ນຄວ້າຫວຽດນາມ ແລະ ສືບຕໍ່ນຳຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດບຸລິມະສິດໄດ້ຮັບອຸປະຖຳພັດທະນາ ODA.