(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ Azerbaijan, ວັນທີ 14 /10, ທ່ານເລຮົ່ງແອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ພ້ອມກັບຄະນະຜູ້ແທນພັກກອມມູນິດຫວຽດນາມ, ໄດ້ພົບປະກັບທ່ານນາຍົກລັດ ຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ Azerbaijan. ນະທີ່ນີ້, ທ່ານນາ ຍົກລັດຖະມົນຕີ Azerbaijan Artur Rasizade ຢັ້ງຢືນວ່າ: ການພົວພັນລະຫວ່າງຫວຽດນາມ ແລະ Azerbaijan ພວມຢືນຕໍ່ໜ້າບັນດາແງ່ຫວັງອັນດີງາມ. ທ່ານນາຍົກລັດຖະມົນຕີ Azerbaijan ຖືວ່າ: ພ້ອມກັບການເພີ່ມທະວີພົວພັນດ້ານການເມືອງ, ໜ້າທີ່ສຳຄັນຂອງ 2 ປະເທດໃນປະຈຸບັນແມ່ນຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ. ສ່ວນທ່ານເລຮົ່ງແອງ ຖືວ່າ: ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຄະນະບັນດາອົງການວິຊາສະເພາະ ແລະ ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບຂອງ 2 ສະພາແຫ່ງຊາດ ເພື່ຶອແນໃສ່ແລກປ່ຽນບົດຮຽນໃນວຽກງານນິຕິກຳ, ຕິດຕາມກວດກາ. ທ່ານເລຮົ່ງແອງ ເນັ້ນໜັກວ່າ:
ພວກຂ້າພະເຈົ້າມີຄວາມພາກພູມໃຈເພື່ອເຫັນວ່າ: ການພົວພັນດ້ານການເມືອງ ລະຫວ່າງ 2 ປະເທດພວມຢືນຕໍ່ໜ້າແງ່ຫວັງອັນດີງາມ. ເຫດການປະຫວັດ ສາດ 2 ປະເທດພວກເຮົາແມ່ນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຄັ້ງທຳອິດໃນເດືອນ 5/2014 ຜ່ານມາຂອງທ່ານປະທານາທິບໍດີ Azerbaijan. ການຢ້ຽມຢາມໄດ້ສ້າງກຳລັງໜູນໃໝ່ໃຫ້ການພັດທະນາການພົວພັນ ລະຫວ່າງ 2 ປະເທດ. ພ້ອມກັບການເພີ່ມທະວີການພົວພັນດ້ານການເມືອງແລ້ວ ເຊິ່ງເປັນໜ້າທີ່ສຳຄັນຂອງ 2 ປະເທດໃນປະຈຸບັນ ແມ່ນຈຳເປັນຕ້ອງຊຸກຍູ້ການພົວພັນດ້ານ ເສດຖະກິດ-ການຄ້າ, ການລົງທຶນເວົ້າລວມ ແລະ ນ້ຳມັນອາຍແກັດເວົ້າສະເພາະ. ໃນໄລຍະຈະມາເຖິງ, ການຮ່ວມມືໃນຂົງເຂດນຳ້ມັນອາຍແກັດຈະແມ່ນບຸລິມະສິດ ແລະ ມີລັກສະນະຍຸດທະສາດຍາວນານ ລະຫວ່າງ 2 ປະເທດພວກເຮົາ.