ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຈະຊ່ວຍຍົກການພົວພັນ2ປະເທດຂຶ້ນສູ່ລະດັບສູງໃໝ່
ທ່ານນາງ ສູນທອນ ໄຊຍະຈັກ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມສັນຖະວະໄມຕີ ສປປ ລາວ ແຕ່ວັນທີ 24 – 26/11 ຈະມາເຖິງຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ອນການຢ້ຽມຢາມ, ທ່ານນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເນັ້ນໜັກວ່າ: ໃນຕະຫຼອດໄລຍະຜ່ານມາ, ການພົວພັນລາວ - ຫວຽດນາມ ໄດ້ຮັບການເປີດກ້ວາງຢ່າງບໍ່ຢຸດຢັ້ງໃນທຸກດ້ານ ແລະ ພັດທະນາຢ່າງ ຕໍ່ເນື່ອງທັງລວງກ້ວາງ ແລະ ລວງເລິກໃນທຸກໆຂົງເຂດ, ຄືການພົວພັນດ້ານການເມືອງ. ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງໃຫ້ເຫັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນ ຫວຽດນາມ - ລາວ, ພ້ອມທັງຢັ້ງຢືນລັກສະນະມີຊີວິດຊີວາຂອງການພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ. ລັດຖະບານລາວ ຕີລາຄາສູງເລື່ອງການນຳຂັ້ນສູງສຸດຂອງ 2 ພັກ, 2 ລັດຖະບານ ລາວ - ຫວຽດນາມ ມີໂອກາດໄດ້ພົບປະ, ແລກປ່ຽນກ່ຽວກັບການຮ່ວມມືຂອງ 2 ຝ່າຍ, ສືບຕໍ່ເປັນເອກະພາບໃນການວາງອອກທິດທາງເພື່ອແນໃສ່ເປີດກ້ວາງການພົວພັນຮ່ວມມືໃນໄລຍະຈະມາເຖິງ, ເຮັດແນວໃດເພື່ອໃຫ້ການພົວພັນຮ່ວມມືລາວ - ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ນຳມາເຊິ່ງປະສິດທິຜົນສູງສຸດ. ທ່ານນາງ ສູນທອນ ໄຊຍະຈັກ ຖືວ່າ ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເປີດກ້ວາງ ແລະ ຍົກລະດັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່.