ການວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະຮັບບາດເຈັບ

ການວາງລະເບີດສະຫລະຊີບຢູ່ອີຣັກເຮັດໃຫ້ຫລາຍຄົນຖືກເສຍຊີວິດແລະຮັບບາດເຈັບ - ảnh 1
ພາບ​ປະ​ກອບ:internet

(vovworld)-​ມີ​ສະ​ມາ​ຊິກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ 38 ຄົນ​ຖືກ​ເສຍ​ຊີ​ວິດ ແລະ 25 ຄົນ​ຖືກ​ບາດ​ເຈັບ ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ເກີດ​ຂຶ້ນ​ໃນ​ວັນ​ທີ 1/6 ຢູ່​ຖານ​ທີ່​ໝັ້​ນ​ການ​ທະ​ຫານ al- Muthanna ຢູ່​ແຂວງ Anbar ທາງ​ທິດ​ຕາ​ເວັນ​ຕົກ​ຂອງ ອີ​ຣັກ. ເຫດ​​ວາງ​ລະ​ເບີດ​ດັ່ງ​ກ່າວ​ໄດ້​ທຳ​ລາຍ​ສາງ​ບັນ​ຈຸ​ລູກ​ປືນ​ລູກ​ຜາ ແລະ ອາ​ຄານ​ຈຳ​ນວນ​ຫນຶ່ງ ຊື່ງ​ແ ມ່ນ​ບ່ອນ​ອາ​ໄສ​ຂອງ​ຕຳ​ຫລວດ ອີ​ຣັກ ແລະ ກຳ​ລັງ​​ທະ​ຫານ​ລາດ​ຊາວ ອິດ​ສະ​ລາມ​ນິ​ກາຍ​ຊີ​ອາ ນັບ​ສີບໆ​ຄົນ. ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ເກີດ​ຂຶ້ນ ພ​າຍ​ຫລັງ 6 ມື້ ທີ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ແລະ ພັນ​ທະ​ມິດ ດຳ​ເນີນບັ້ນ​ຮົບ​​ຍູ້​ບັນ​ດາ​ມື​ປືນ IS ໃຫ້ອອກ​ຈາກ​ນະ​ຄອນ Ramadi ຊື່ງ​ຖືກ IS ຢືດ​ຄອງ​ແຕ່​ວັນ​ທີ 17/5.

ຂ່າວ/ບົດ​ອື່ນ