(vovworld) – ວັນທີ 2/11, ແຫຼ່ງຂ່າວຂອງຕຳຫຼວດຢູ່ແຂວງ Punjab ຂອງ ປາກິດສະຖານ ໃຫ້ຮູ້ວ່າ: ຢ່າງໜ້ອຍມີ 55 ຄົນເສຍຊີວິດ ແລະ ກ່ວາ 120 ຄົນຮັບບາດເຈັບໃນການວາງລະເບີດສະຫຼະຊີບເກີດຂຶ້ນໃນວັນດຽວກັນຢູ່ດ່ານຊາຍແດນກັບ ອິນເດຍ. ຫົວໜ້າຕຳຫຼວດແຂວງ Punjab, ທ່ານ Mushtaq Ahmad Sukhera, ໃຫ້ຮູ້ວ່າ: ຜູ້ວາງລະເບີດສະຫຼະຊີບໄດ້ກະທຳຢູ່ບ່ອນເຕົ້າໂຮມປະຊາຊົນທີ່ພວມກັບເມືອບ້ານພາຍຫຼັງເຂົ້າຮ່ວມພິທີເຄົາລົບທຸງຢູ່ເຂດຊາຍແດນ Wagah, ໃກ້ກັບນະຄອນທາງພາກຕາເວັນອອກ Lahore. ກຳລັງ ຕາລີບານ ຢູ່ ປາກິດສະຖານ ຍອມຮັບໄດ້ດຳເນີນເຫດການວາງລະເບີດສະຫຼະຊີບນີ້. ເຫດການດັ່ງກ່າວໄດ້ຮັບການປະຕິບັດເພື່ອໂຕ້ຕອບບັ້ນຮົບຂອງກອງທັບ ປາກິດສະຖານ ແນ່ໃສ່ທະຫານກະບົດ ຢູ່ບັນດາເຂດກົກເຫຼົ່າລຽບຕາມຜ່ານເຂດຊາຍແດນ ອາບການິດສະຖານ.