ການວາງລະເບີດສະຫຼະຊີບຢູ່ Ingushetia ເຮັດໃຫ້ເກືອບ 20 ຄົນເສຍຊີວິດ

ການວາງລະເບີດສະຫຼະຊີບຢູ່ Ingushetia ເຮັດໃຫ້ເກືອບ 20 ຄົນເສຍຊີວິດ - ảnh 1
( ພາບຈາກອີນເຕີແນດ )

(vovworld) -     ບັນດາ​ສຳນັກ​ຂ່າວ​ສານລັດ​ເຊຍ​ ​ໃຫ້​ຂ່າວ​ວ່າ, ວັນ​ທີ 19/8, ລະ​ເບີດ​ລູກ​ໜຶ່ງຖືກ​ແຕກຂຶ້ນ​ຢູ່​ງານ​ສົບ​ຂອງ​ຕຳຫຼວດ​ຜູ້​ໜຶ່ງ, ​ເຊິ່ງຖືກພວກ​ກໍ​ການ​ຮ້າຍ​ຍິງ​ຕາຍ​ກ່ອນ​ນັ້ນ​ໜຶ່ງ​ວັນຢູ່ ສາທາລະນະ​ລັດ Ingushetia ທີ່ຂຶ້ນ​ກັບ​ສະຫະພັນ​ລັດ​ເຊ​ຍ, ​ເຊິ່ງ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ 11 ຄົນ​ຖືກ​ບາດ​ເຈ​ັບ. ສ່ວນ​ຫຼາຍ​ຜູ້​ຖືກ​ເຄາະ​ຮ້າຍ​ແມ່ນ​ຕຳຫຼວດ. ນີ້​ແມ່ນ​ການວາງ​ລະ​ເບີດ​ສະຫຼະ​ຊີບ. ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ເຊຍ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍ​ພວກກຳລັງ​ແຍກ​ຕົວ​ເປັນ​ເອກະລາດຢູ່ Capcado ກໍ່​ຂຶ້ນ, ​ເປັນຕົ້ນ​ແມ່ນ​ຢູ່ Ingushetia ​​ແລະ Daghestan. ​ເຂດ​ນີ້​ໄດ້​ເກີດ​ການ​ບຸກ​ໂຈມ​ຕີ​ເປັນ​ປະຈຳ ​ໂດຍ​ໄດ້​ລະ​ແວງ​ສົງ​​ໄສ​ວ່າ​ພວກ​ກຳລັງແຍກ​ຕົວ​ເປັນ​ເອກະລາດຫວັງຢາກ​ສ້າງຕັ້ງ​ລັດ​ມຸດ​ສະ​ລິ​ມ ຢູ່​ທີ່ນີ້​ເປັນ​ຜູ້​ດຳ​ເນີນ.

ຂ່າວ/ບົດ​ອື່ນ