ການສົ່ງອອກຂອງຫວຽດນາມເຖິງChileເພີ່ມຂຶ້ນຍ້ອນFTA
ວາລະປະຊຸມຄັ້ງທີ 1 ຂອງສະພາການຄ້າເສລີ ຫວຽດນາມ - ຈີເລ
(ພາບ: vietnamplus.vn)
(vovworld) - ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ Chile ໃນ 8 ເດືອນຕົ້ນປີນີ້ບັນລຸກ່ວາ 540 ລ້ານ USD, ເພີ່ມຂຶ້ນ 55% ເມື່ອທຽບໃສ່ປີ 2013, ໃນນັ້ນການສົ່ງອອກຂອງ ຫວຽດນາມ ບັນລຸກ່ວາ 302 ລ້ານ USD. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ບັນລຸສ່ວນເກີນ ໃນການແລກປ່ຽນການຄ້າກັບປະເທດ ອາເມລິກາໃຕ້ ນີ້. ທີ່ວາລະປະຊຸມຄັ້ງທີ 1 ຂອງສະພາການຄ້າເສລີ ຫວຽດນາມ - ຈີເລ ທີ່ຫາກໍ່ຈັດຕັ້ງຢູ່ນະຄອນຫຼວງ Santiago ຂອງ Chile ເພື່ອແນໃສ່ຕີລາຄາເລື່ອງປະຕິບັດສັນຍາການຄ້າເສລີ (FTA) ລະຫວ່າງ 2 ປະເທດ, 2 ຝ່າຍໄດ້ເປັນເອກະພາບວິວັດການລະອຽດ ໃຫ້ແກ່ເລື່ອງສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ສິນຄ້າ 2 ຝ່າຍໄດ້ສຳຜັດເຂົ້າຕະຫຼາດຂອງກັນ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລ້ຽງປາຊາມອນ, ເຕັກໂນໂລຢີຂຸດຄົ້ນບໍ່ແຮ່ ແລະ ຂົງເຂດອື່ນໆອີກ. 2 ຝ່າຍເຫັນດີເປັນເອກະພາບຈະພິຈາລະນາຄວາມສາມາດເຊັນບັນດາບົດບັນທຶກຊ່ວຍຈຳລະຫວ່າງບັນດາກະຊວງກ່ຽວຂ້ອງຂອງ ຫວຽດນາມ ແລະ Chile ກ່ຽວກັບການຮ່ວມມືໃນການບຳລຸງສ້າງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ສິນໃນນ້ຳ ຂອງ 2 ປະເທດເຊື່ອມຊຶມເຂົ້າຕະຫຼາດຂອງກັນ.