ການສົ່ງອອກຂອງຫວຽດນາມໄປຍັງບາງປະເທດສະມາຊິກ CPTPP ເພີ່ມຂຶ້ນສູງ

(VOVWORLD) -ນີ້ແມ່ນຂ່າວຄາວຖືກຍົກອອກມາທີ່ກອງປະຊຸມຂ່າວເມື່ອຕອນບ່າຍວັນທີ 5 ເມສາ ຂອງກະຊວງອຸດສາຫະກຳການຄ້າກ່ຽວກັບສະພາບການຜະລິດອຸດສາຫະກຳ ແລະ ບັນດາການເຄື່ອນໄຫວການຄ້າຕົ້ນປີ 2019
ການສົ່ງອອກຂອງຫວຽດນາມໄປຍັງບາງປະເທດສະມາຊິກ CPTPP ເພີ່ມຂຶ້ນສູງ - ảnh 1

ໃນ 2 ເດືອນ ຕົ້ນປີ, ຫວຽດນາມໄດ້ສົ່ງອອກສິນຄ້າໄປຍັງຍີປຸ່ນລວມມູນຄ່າ 2,9 ຕື້ USD, ສົ່ງອອກສິນຄ້າໄປຍັງ ການາດາ ບັນລຸກວ່າ 500 ລ້ານ USD ສູງກ່ວາ 370 ລ້ານ USD ຂອງ 2 ເດືອນຕົ້ນປີ 2018.  ເປັນໜ້າສົນໃຈ ແມ່ນ ໃນ 2 ເດືອນຕົ້ນປີ, ກໍໄດ້ມີໜັງສືຢັ້ງຢືນຕົ້ນກຳເນີດ (CO) 269 ສະບັບ ຕາມແບບຟອນສັນຍາ CPTPP ອອກໃຫ້ນັບແຕ່ເວລາສັນຍາສະບັບນີ້ມີຜົນສັກສິດກັບຫວຽດນາມ. ທ່ານ ໂງຈຸງແຄງ, ຮອງຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ ກະຊວງ ອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ:

     “ໃນໜັງສືຢັ້ງຢືນຕົ້ນກຳເນີດ (CO) 269 ສະບັບ ກໍມີ 219 ສະບັບ ແມ່ນອອກໃຫ້ໄປການາດາ. ພວກເຮົາໄດ້ເຫັນມີຈຳນວນວິສາຫະກິດຫຼວງຫຼາຍໄດ້ຮູ້ນຳໃຊ້ທ່າດີ ແລະ ມຸ່ງໄປສູ່ຕະຫຼາດການາດາ. ສຳລັບຕະຫຼາດເມກຊິກໂກ ມີ 14 ສະບັບ ແລະ ເປຮູແມ່ນ 8 ສະບັບ. ເປັນອັນວ່າ ວິສາຫະກິດຫວຽດນາມໄດ້ຮູ້ເຖິງໂອກາດທີ່ດີຈາກສັນຍາສະບັບນີ້ ”

ຕອບກັບ

ຂ່າວ/ບົດ​ອື່ນ