ພາບປະກອບ:internet
|
(vovworld) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳປີ 2012 ຄາດວ່າບັນລຸກວ່າ 27,5 ຕື້ USD, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມູນຄ່ານຳເຂົ້າປະເພດສິນຄ້າຕົ້ນຕໍໃນປີ 2012 ບັນລຸເກືອບ 17 ຕື້ USD. ມູນຄ່າການສົ່ງອອກບັນດາຜະລິດຕະພັນຄື: ກາເຟ, ມັນຕົ້ນ, ໝາກພິກໄທ, ຊາ ໃນປີ 2012 ເບິ່ງລວມແລ້ວຍັງຄົງຮັກສາລະດັບຈະເລີນເຕີບໂຕດີພໍສົມຄວນ. ການສົ່ງອອກກາເຟຄາດວ່າ ບັນລຸເກືອບ 1,7 ລ້ານໂຕນ ດ້ວຍມູນຄ່າກວ່າ 3,7 ຕື້ USD, ເພີ່ມຂຶ້ນ 40% ກ່ຽວກັບປະລິມານ ແລະ 36% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫລາດສອງແຫ່ງຈຳຫນ່າຍກາເຟຂອງ ຫວຽດນາມຫລາຍກວ່າໝູ່ ນັ້ນແມ່ນ ອາເມລິກາ ແລະ ເຢຍລະມັນ ຍັງຄົງບັນລຸລະດັບເຕີບໂຕທັງດ້ານປະລິມານ ແລະ ມູນຄ່າ. ສຳລັບເຂົ້າສານ, ການສົ່ງອອກທັງປີຄາດວ່າບັນລຸກວ່າ 8 ລ້ານໂຕນ ດ້ວຍມູນຄ່າ 3,7 ຕື້ USD, ເພີ່ມຂຶ້ນເກືອບ 14% ທັງດ້ານປະລິມານ ແລະ 2,1% ກ່ຽວກັບມູນຄ່າເມື່ອທຽບໃສ່ປີກ່ອນ. ສຳລັບສິນໃນນ້ຳ, ຄາດວ່າວົງເງິນສົ່ງອອກບັນລຸກວ່າ 6 ຕື້ USD. ອາເມລິກາ ຍັງຄົງຮັກສາທີ່ຕັ້ງ ແມ່ນຕະຫລາດນຳເຂົ້າຕົ້ນຕໍຂອງສິນໃນນ້ຳ ຫວຽດນາມ, ກວມເກືອບ 20% ຕະຫລາດ, ຖັດມາແມ່ນຍີ່ປຸ່ນ ແລະ ສເກົາຫລີ.