ການສົ່ງອອກສິນຄ້າໃນໄຕມາດທີ1/2015ບັນລຸເກືອບ40ຕື້USD

ການສົ່ງອອກສິນຄ້າໃນໄຕມາດທີ1/2015ບັນລຸເກືອບ40ຕື້USD - ảnh 1
ພາບ​ປະ​ກອບ

(vovworld) –  ຕາມ​ກົມ​ໃຫຍ່​ພາ​ສີ ຫວຽດ​ນາມ, ໃນ​ໄຕ​ມາດ​ທີ 1 ປີ 2015, ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຄາດ​ວ່າ​ບັນ​ລຸເກືອບ 40 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ວົງ​ເງິນ​ນຳ​ເຂົ້າຄາດ​ວ່າ​ບັນ​ລຸ​ເກືອບ 37,5 ຕື້ USD, ເພີ່ມ​ຂຶ້ນ​ກ່​ວາ 16% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014. ບາງ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ໃນ​ໄຕ​ມາດ​ທີ 1 ມີ​ວົ​ງ​ເງິນ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຄື: ໂທ​ລະ​ສັບ​ທຸກ​ປະ​ເພດ ແລະ ບັນ​ດາ​ເຄື່ອນ​ອາ​ໄຫຼ່ (ບັນ​ລຸ 6,7 ຕື້ USD), ເຄື່ອງ​ເອ​ເລັກ​ໂຕ​ນິກ, ກອ​ມ​ພິວ​ເຕີ ແລະ ເຄື່ອງ​ອາ​ໄຫຼ່ (ບັນ​ລຸ 3,6 ຕື້ USD), ເກີບ​ໜັງ (ບັນ​ລຸ 2,5 ຕື້ USD). ກ່ຽວ​ກັບ​ໂຄງ​ປະ​ກອບ​ສິນ​ຄ້າ​ສົ່ງ​ອ​ອອກ​ໃນ 3 ເດືອນ​ຕົ້ນ​ປີ, ກຸ່ມ​ສິ​ນ​ຄ້າ​ອຸດ​ສາ​ຫະ​ກຳ​ໜັກ ແລະ ຊັບ​ພະ​ຍາ​ກອນ​ໂລ​ຫະ​ຄາດ​ວ່າ​ບັນ​ລຸ 16,4 ຕື້ USD, ກວມ 46% ຍອດ​ວົງ​ເງິນ​ສິນ​ຄ້າສົ່ງ​ອອກ. ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ອີ​ຢູ ແມ່ນ​ຄູ່​ຮ່ວມ​ມື​ສົ່ງ​ອອ​ກ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ ດ້ວຍ​ເກືອບ 7 ຕື້ USD, ຈາກນັ້ນ​ແມ່ນ​ບັນ​ດາ​ຕະຫຼາດ ອາ​ເມ​ລິ​ກາ, ສ. ເກົາຫຼີ, ອາ​ຊຽນ, ຈີນ, ຍີ່​ປຸ່ນ.


ຂ່າວ/ບົດ​ອື່ນ