ການສົ່ງອອກເຂົ້າສານຄາດວ່າບັນລຸ 5,2 ລ້ານໂຕນໃນປີ 2017

(VOVWORLD) -  ໃນ 5 ເດືອນທ້າຍປີ 2017, VFA ບັນລຸຄາດໝາຍການສົ່ງອອກເຂົ້າສານໄດ້ 2 ລ້ານໂຕນ
ການສົ່ງອອກເຂົ້າສານຄາດວ່າບັນລຸ 5,2 ລ້ານໂຕນໃນປີ 2017 - ảnh 1 ພາບປະກອບ

ຕາມແຫຼ່ງຂ່າວຈາກສະຫະສະມາຄົມສະບຽງອາຫານ ຫວຽດນາມ (VFA) ແລ້ວ, ໃນ 5 ເດືອນທ້າຍປີ 2017, VFA ບັນລຸຄາດໝາຍການສົ່ງອອກເຂົ້າສານໄດ້ 2 ລ້ານໂຕນ. ສິ່ງດັ່ງກ່າວໝາຍຄວາມວ່າ ດ້ວຍການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2017 ຄາດວ່າບັນລຸກ່ວາ 5,2 ລ້ານໂຕນ, ເພີ່ມຂຶ້ນກ່ວາ 6% ເມື່ອທຽບໃສ່ປີ 2016. ນັບແຕ່ຕົ້ນປີມາຮອດປະຈຸບັນ, ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນ 11% ກ່ຽວກັບປະລິມານ, ດ້ວຍຕະຫຼາດຕົ້ນຕໍແມ່ນຢູ່ພາກພື້ນ ອາຊີ; ໃນນັ້ນ, ຈີນ ຢືນອັນດັບໜຶ່ງດ້ວຍ 40,65%, ຈາກນັ້ນແມ່ນ ຟີລິບປິນ, ມາເລເຊຍ, ສິງກະໂປ. ການສົ່ງອອກເຂົ້າສານ ໄປຍັງ ອາບຟຣີກາ ກໍ່ເພີ່ມຂຶ້ນເລັກນ້ອຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016, ກວມເອົາ 15,3%.

ຕອບກັບ

ຂ່າວ/ບົດ​ອື່ນ