ການສົ່ງອອກແລະ ນຳເຂົ້າຂອງ ຫວຽດນາມ ບັນລຸ 316 ຕື້ USD ໃນ 6 ເດືອນຕົ້ນປີ 2023

(VOVWORLD) - ວົງເງິນສົ່ງອອກສິນຄ້າໃນ ເດືອນມິຖຸນາບັນລຸ 29,3 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ເດືອນກ່ອນ.
ການສົ່ງອອກແລະ ນຳເຂົ້າຂອງ ຫວຽດນາມ ບັນລຸ 316 ຕື້ USD ໃນ 6 ເດືອນຕົ້ນປີ 2023 - ảnh 1(ພາບປະກອບ: VGP)

ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ ແລ້ວ, ວົງເງິນສົ່ງອອກ ແລະ ນຳເຂົ້າສິນຄ້າຂອງ ຫວຽດນາມ ໄດ້ລື່ນກາຍຕົວເລກ 316 ຕື້ USD ໃນ 6 ເດືອນຜ່ານມາ.

ລະອຽດແມ່ນ, ວົງເງິນສົ່ງອອກສິນຄ້າໃນ ເດືອນມິຖຸນາບັນລຸ 29,3 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ເດືອນກ່ອນ. ສະນັ້ນ, ຍ້ອນການກະທົບຂອງການເຄື່ອນໄຫວສົ່ງເສີມການຄ້າໄດ້ຮັບການຍູ້ແຮງນັ້ນ, ນີ້ແມ່ນເດືອນທີ 2 ທີ່ວົງເງິນສົ່ງອອກສິນຄ້າມີທ່າອ່ຽງເຕີບໂຕ ພາຍຫຼັງຖືກຫຼຸດລົງແຮງເປັນໄລຍະຍາວ. ເຖິງຢ່າງໃດກໍ່ຕາມ, ໄລ່ລວມແລ້ວ ໃນໄລຍະ 6 ເດືອນຕົ້ນປີ 2023, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 164,45 ຕື້ USD, ຫຼຸດລົງ 12,1% ເມື່ອທຽບໃສ່ປີ 2022; ໃນຂະນະນັ້ນ, ວົງເງິນນຳເຂົ້າສິນຄ້າ ຄາດວ່າບັນລຸກວ່າ 152 ຕື້ USD, ຫຼຸດລົງກວ່າ 18% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2022. ດຸນການຄ້າຂາຍສິນຄ້າໃນ 6 ເດືອນຕົ້ນປີ ຄາດວ່າການສົ່ງອອກເກີນດຸນກວ່າ 12 ຕື້ USD (ການສົ່ງອອກເກີນດຸນໄລຍະດຽວກັນຂອງປີ 2022 ແມ່ນ 1,2 ຕື້ USD).

ຕອບກັບ

ຂ່າວ/ບົດ​ອື່ນ