ການສົນທະນາວິສາຫະກິດຢູ່ຝລັ່ງ ກ່ຽວກັບແງ່ຫວັງການຄ້າເສລີຫວຽດນາມ-ອີຢູ
ກວາງຢຸງ ນັກຂ່າວ VOV, ປະຈຳ ຝລັ່ງ -  
(VOVWORLD) -ເວທີປາໄສດັ່ງກ່າວໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ (CCI) ແຂວງ Saône-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.
(ຜູ້ແທນເຂົ້າຮ່ວມເວທີປາໄສ)
|
ມີວິສາຫະກິດເກືອບ 50 ແຫ່ງຂອງແຂວງ Saône-et-Loire ໄດ້ເຂົ້າຮ່ວມການສົມທະນາກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ), ເຊິ່ງຈັດຂຶ້ນໃນວັນທີ 16 ກັນຍາ ຢູ່ນະຄອນ Mâcon, ເມືອງເອກຂອງແຂວງນີ້ຢູ່ທາງພາກກາງປະເທດ ຝລັ່ງ. ເວທີປາໄສດັ່ງກ່າວໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ (CCI) ແຂວງ Saône-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.
ທີ່ເວທີປາໄສ, ບັນດາຜູ້ຕາງໜ້າການລົງທຶນ ແລະ ການຄ້າຂອງສະຖານທູດຫວຽດນາມ ປະຈຳຝລັ່ງ, ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ ປະຈຳຫວຽດນາມ ພ້ອມກັບບັນດານັກຊ່ຽວຊານຮ່ວມມືສາກົນ ແລະ ພາສີຂອງ ຝລັ່ງ ໄດ້ສະໜອງບັນດາຂໍ້ມູນຂ່າວຫຼ້າສຸດ ກ່ຽວກັບສະພາບການພັດທະນາເສດຖະກິດຂອງຫວຽດນາມ, ບັນດາການປັບປຸງໃນສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ກໍຄືບັນດາການໃຫ້ບຸລິມະສິດໃນຍຸດທະສາດລົງທຶນ ແລະ ການຄ້າຂອງຫວຽດນາມ.
ກວາງຢຸງ ນັກຂ່າວ VOV, ປະຈຳ ຝລັ່ງ