(vovworld) – ວັນທີ 7/6, ກະຊວງການຕ່າງປະເທດ ກູບາ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ການ ສົນທະນາຄັ້ງທີ 2 ລະຫວ່າງປະເທດນີ້ ແລະ ສະຫະພາບ ເອີລົບ (EU) ກ່ອນນີ້ໜຶ່ງວັນກ່ຽວກັບສິດທິມະນຸດໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າເຖິງວ່າຍັງມີຄວາມແຕກຕ່າງກັນຫຼາຍຢ່າງລະຫວ່າງ 2 ຝ່າກກໍ່ຕາມ. 2 ຄະນະປະຕິບັດງານໂດຍທ່ານ Stavros Lambrinidis, ຜູ້ຕາງໜ້າພິເສດຂອງ ອີຢູ ກ່ຽວກັບສິດທິມະນຸດ ແລະ ທ່ານ Pedro Nunez Mosquera, ຫົວໜ້າກົມຫລາຍຝ່າຍ ແລະ ກົດໝາຍສາກົນຂອງກະຊວງການຕ່າງປະເທດ ກູບາ ນຳໜ້າໄດ້ແລກປ່ຽນຄຳເຫັນໃນທ່າມກາງ “ບັນຍາກາດເຄົາລົບ ແລະ ສ້າງສັນ” ກ່ຽວກັບບັນດາສິດພົນລະເຮືອນ, ການເມືອງ ກໍ່ຄືບັນດາສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ. 2 ຝ່າຍໄດ້ຮັກສາເຈດຕະນາດີໃນການປຶກສາຫາລືກ່ຽວກັບທຸກບັນຫາ, ດ້ວຍຫຼັກການເຄົາລົບນັບຖືຄວາມສະເໝີພາບອະທິປະໄຕ, ເອກະລາດເປັນເຈົ້າຕົນເອງ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.