ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິິກິມເງິນ
ອວຍພອນບັນດານັກສິລະປິນສະແດງບົດລຳເລື່ອງ
(ພາບ: baomoi.com)
|
(vovworld) – ຕອນຄຳ່ວັນທີ 7/1, ຢູ່ ຮ່າໂນ້ຍ, ໂຮງລະຄອນ ລຳເລື່ອງ ຫວຽດນາມ ໄດ້ສະແດງບົດລຳເລື່ອງທີ່ມີຊື່ວ່າ “ຮືງດົງ - ແສງອາລຸນ”, ເຊິ່ງເວົ້າເຖິງການເຄື່ອນໄຫວປະຕິວັດຂອງນັກຮົບກອມມູນິດ ຟານດັງລືວ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ.
ບົດລຳເລື່ອງ ດັ່ງກ່າວໄດ້ເວົ້າເຖິງຊີວິດໃນສັງຄົມລ່າເມືອງຂຶ້ນສັກດີນາ ຫວຽດນາມ ໄລຍະແຕ່ 1923 – 1940, ເມື່ອທ່ານ ຟານດັງລືວ ຍັງເປັນພາລະກອນຢູ່ຄ້າຍຜະລິດເສັ້ນໄໝ ແທງບາ, ແຂວງ ຟູ໋ເທາະ ຈົນເຖິງໄລຍະທີ່ເພິ່ນກາຍເປັນນັກເຄື່ອນໄຫວປະຕິວັດ, ເຂົ້າຮ່ວມສະມາຄົມຟື້ນຟູປະເທດ ຫວຽດນາມແລ້ວ ກາຍເປັນສະມາຊິກພັກ.
ບົດລະຄອນນີ້ເປັນຄຳຕອບບຸນແທນຄຸນ, ເປັນຄຳໝັ້ນສັນຍາຂອງລຸ້ນຄົນປະຈຸບັນທີ່ມີຕໍ່ຄົນລຸ້ນກ່ອນ ທີ່ໝາຍຈະອຸທິດຄວາມສາມາດ, ພູມປັນຍາທັງໝົດຂອງຕົນໃຫ້ແກ່ພາລະກິດສ້າງສາແລະ ປົກປັກຮັກສາປະເທດຊາດ. ຮອງສາດສະດາຈານ, ດຣ ຫງວຽນເທ໋ກີ, ຜູ້ແຕ່ງບົດລະຄອນ, ໃຫ້ຮູ້ວ່າ:
“ໃນແຕ່ລະໄລຍະປະຫວັດສາດອັນຫຍຸ້ງຍາກຂອງປະເທດຊາດ, ຂອງພັກ ແລະ ຂອງຊາດນັ້ນ, ບັນດານັກປະຕິວັດຍາມໃດກໍ່ຕໍ່ສູ້ເພື່ອປົດປ່ອຍຊາດ. ສະຫາຍ ຟານດັງລືວ ໄດ້ໃຊ້ໜັງສືພິມ, ວັດທະນະທຳສີລະປະເປັນອາວຸດເພື່ອຕໍ່ສູ້ກັບສັດຕູ. ນັ້ນແມ່ນບັນດາຈຸດທີ່ເປັນເອກະລັກສະເພາະຂອງນັກປະຕິວັດ. ເຖິງວ່າຈະແມ່ນຜູ້ທີ່ມີຕຳແໜ່ງສູງສຸດຂອງພັກກໍ່ຕາມ ແຕ່ຍາມໃດ ຟານດັງລືວ ກໍ່ຍ້ອງຍໍຊົມເຊີຍເພື່ອນສະຫາຍຂອງຕົນ ແລະ ພ້ອມແລ້ວທີ່ຈະຮັບໜ້າທີ່ອັນຕະລາຍທີ່ສຸດ.”