ກອງປະຊຸມສຳມະນາສາກົນກ່ຽວກັບການຕໍ່ສູ້
ຕ້ານການຄ້າເຖື່ອນຢາເສບຕິດສັງລວມ
(ພາບ: xaluan.com)
(vovworld) - ຕອນເຊົ້າວັນທີ 13/12, ຢູ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນກ່ຽວກັບການຕໍ່ສູ້ຕ້ານການຄ້າເຖື່ອນຢາເສບຕິດສັງລວມຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ພິພາກສາ, ນັກສອບສວນສືບສວນ, ນັກໄອຍະການທີ່ມາຈາກຫຼາຍປະເທດ. ກ່າວຄວາມເຫັນທີ່ກອງປະຊຸມ, ພົນຈັດຕະວາ ໂດກິມຕ໋ວຽນ (Do Kim Tuyen), ຮອງຫົວໜ້າກອງບັນຊາການຕຳຫຼວດປ້ອງກັນ, ຕ້ານອາດສະຍາກຳ, ກະຊວງຕຳຫຼວດຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
”ສະພາບອາດສະຍາກຳຢາເສບຕິດເວົ້າລວມ ແລະ ຢາເສບຕິດສັງລວມມີທ່າອ່ຽງເພີ່ມຂຶ້ນ. ສະພາບຊື້ຂາຍ, ນຳໃຊ້ຢາເສບຕິດສັງລວມ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຢາເສບຕິດສັງລວມທີ່ມີຈຳນວນຫຼາຍຖືກນຳເຂົ້າຈາກບັນດາປະເທດທີ່ມີເສັ້ນຊາຍແດນຕິດກັບຫວຽດນາມ. ດັ່ງນັ້ນ, ກອງປະຊຸມສຳມະນາສາກົນກ່ຽວກັບການຕໍ່ສູ້ຕ້ານການຄ້າເຖື່ອນຢາເສບຕິດສັງລວມຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ເພີ່ມທະວີການຮ່ວມມືກັບສາກົນໃນການຕໍ່ສູ້ຕ້ານອາດສະຍາກຳຄ້າເຖື່ອນຢາເສບຕິດທີ່ມີການຈັດຕັ້ງ ແມ່ນມີຄວາມຈຳເປັນທີ່ສຸດ”