ການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ມີແງ່ຫວັງຫຼາຍຢ່າງ
Nhat Quynh -ນັກຂ່າວ vov ປະຈຳ ອາເມລິກາ -  
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(vovworld) – “ຫວຽດນາມ - ອາເມລິກາ ພວມຢື່ນຕໍ່ໜ້າບັນດາແງ່ຫວັງອັນໃຫຍ່ຫຼວງ ໃນການຮ່ວມມືດ້ານການສຶກສາ, ພິເສດແມ່ນ ສຶກສາຂັ້ນມະຫາວິທະຍາໄລ”. ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງ, ເພື່ອແນໃສ່ແບ່ງປັນບົດຮຽນກໍ່ຄືຕີລາຄາກາລະໂອກາດ ແລະ ສ່ິງທ້າທາຍໃນການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກເກື່ອງ ໃຫ້ຮູ້ວ່າ: ການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດພວມແມ່ນໜຶ່ງໃນບັນດາຂົງເຂດພັດທະນາໄວທີ່ສຸດ. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ເນັ້ນໜັກວ່າ:
“ການບຸລິມະສິດສູງໃນນະໂຍບາຍຂອງລັດຖະບານ 2 ປະເທດແມ່ນສິ່ງທີ່ບັນດາມະຫາວິທະຍາໄລ ແລະ ວິສາຫະກິດ ອາເມລິກາ ມີຄວາມເອົາໃຈໃສ່ທີ່ສຸດ. ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນໜຶ່ງ ໃນ 3 ຂົງເຂດຫຼັກແຫຼ່ງ ໃນຍຸດທະສາດພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ ໄລຍະ 2011 – 2020. ຄວາມຈິງແລ້ວ, ລັດຖະບານ ຫວຽດນາມ ໄດ້ລົງທຶນຫຼາຍເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ. ແຕ່ນີ້ຮອດປີ 2020, ລັດຖະບານໄດ້ລົງທຶນນັບພັນຕື້ດົ່ງໃຫ້ແກ່ການບຳລຸງສ້າງພາສາອັງກິດ ແລະ ປະລິຍາເອກ. ນີ້ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.”
ເມື່ອແບ່ງປັນກ່ຽວກັບທັດສະນະດັ່ງກ່າວ, ດຣ Sylvia Crowder, ຜູ້ອຳນວຍການໂຄງການສຶກສາສາກົນ ແລະ ພາສາຕ່າງປະເທດ, ຂຶ້ນກັບກະຊວງສຶກສາ ອາເມລິກາ ຖືວ່າ: ການຮ່ວມມືດ້ານການສຶກສາຄວນມີລັກສະນະຫຼາຍຝ່າຍ ແລະ ສົ່ງເສີມການແລກປ່ຽນນັກສຶກສາຍ້ອນວ່າຢູ່ແຕ່ລະປະເທດລ້ວນແຕ່ມີທ່າແຮງສະເພາະ.
Nhat Quynh -ນັກຂ່າວ vov ປະຈຳ ອາເມລິກາ