ການຮ່ວມມືລະຫວ່າງ 4 ແຂວງເຂດຊາຍແດນທາງພາກເໜືອ ຫວຽດນາມ ກັບແຂວງຢູນໜານ ປະເທດຈີນ

ການຮ່ວມມືລະຫວ່າງ 4 ແຂວງເຂດຊາຍແດນທາງພາກເໜືອ ຫວຽດນາມ ກັບແຂວງຢູນໜານ ປະເທດຈີນ - ảnh 1

ແຂວງ​ຢູນໜານ ປະ​ເທດ​ຈີນ

(ພາບ:congluan.vn)

( vovworld ) -   ວາລະ​ປະຊຸມ​ຄັ້ງທີ 4 ກຸ່ມ​ປະຕິບັດ​ງານ​ປະສົມ​ລະຫວ່າງ​ບັນດາ​ແຂວງ Ha Giang, Lao Cai, Lai Chau, Dien Bien ຂອງ​ຫວຽດນາມ ​ແລະ ​ແຂວງ​ຢູນໜານ ຂອງ​ຈີນ ​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 3/6 ຢູ່​ນະຄອນ​ຄູນ​ໝິງ ແຂວງ​ຢູນໜານ ຂອງ​ຈີນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ​ສອງ​ຝ່າຍ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ຈີນ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່. ກົນ​ໄກ​ການ​ຮ່ວມ​ມື​ລະ​ຫວ່າງ 4 ​ແຂວງຂອງ​ຫວຽດນາມ ​ແລະ ​ແຂວງ​ຢູນໜານ ຂອງ​ຈີນ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ​ທ້ອງ​ຖິ່ນ​ໃນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ນຳ​ມາ​ເຊີ່ງ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ​ສອງ​ປະ​ເທດ, ປະກອບສ່ວນ​ກໍ່ສ້າງ​ເສັ້ນຊາຍ​ແດນ​ສອງ​ປະ​ເທດ​ກາຍ​ເປັນເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ພັດທະນາ. ສ່ວນ​ທ່ານ​ເຈົ້າ​ແຂວງ​ແຂວງ​ຢູນໜານ ຫລີ​ຈີ​ເຄິງ ​ໃຫ້​ຮູ້ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ຈະ​ສຳ​ເລັດ​ກົນ​ໄກ​ຮ່ວມ​ມື, ​ເສີມ​ຂະຫຍາຍ​ບົດບາດ​ຂອງກຸ່ມ​ປະຕິບັດ​ງານ​ປະສົມ, ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ