ການຮ່ວມມືສະມາຄົມມິດຕະພາບຫວຽດນາມ-ສິງກະໂປກັບກອງທຶນສາກົນສິນກະໂປ
(ພາບປະກອບ: infonet.vn)
(vovworld) - ວັນທີ 23/03, ຢູ່ສຳນັກງານລັດຖະບານ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ຫວູວ໋ຽດຫງວ້ານ ແລະ ຜູ້ອຳນວຍການຝ່າຍບໍລິຫານກອງທຶນສາກົນສິງກະໂປ ທ່ານນາງ Jean Tan ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໄລຍະ 2017 – 2020 ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ຕາມບົດບັນທຶກຊ່ວຍຈຳແລ້ວ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາໃນການຊຸກຍູ້ຄວາມເຂົ້າໃຈດ້ານວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສິງກະໂປ. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, 2 ຝ່າຍຈະຮ່ວມມືປະຕິບັດບັນດາໂຄງການ ແລະ ຂໍ້ລິເລີ່ມໃນໄລຍະ 2 ປີຈະມາເຖິງ ດ້ວຍການເຂົ້າຮ່ວມຂອງການນຳ 2 ປະເທດເພີ່ອຄວາມກ້າວໜ້າຂອງສັງຄົມ, ຊຸກຍູ້ Starup, ແລກປ່ຽນວັດທະນະທຳ…
ພາຍຫຼັງພິທີລົງນາມ, ທ່ານຫວູວຽດຫງວ້ານ, ປະທານສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ສະແດງຄວາມເຊື່ອໝັ້ນວ່າ, ບົດບັນທຶກຊ່ວຍຈຳນີ້ຈະນຳມາເຊິ່ງກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງທີ່ມີຄວາມໝາຍ. ສ່ວນທ່ານນາງ Jean Tan, ຜູ້ອຳນວຍການຝ່າຍບໍລິຫານກອງທຶນສາກົນສິງກະໂປ ຢືນຢັນວ່າ, ບັນດາການເຄື່ອນໄຫວຂອງກອງທຶນໄດ້ສຸມໃສ່ເຂົ້າໃນການຮ່ວມມືອາສາສະໝັກໃນບັນດາຂົງເຂດສົ່ງເສີມສຸຂະພາບ ແລະ ການສຶກສາຢູ່ຫວຽດນາມ.