ການຮ່ວມມືຫວຽດນາມ-ນອກແວກ່ຽວກັບການບຳລຸງສ້າງວິຊາຊີບແລະພັດທະນາວິສາຫະກິດ

ການຮ່ວມມືຫວຽດນາມ-ນອກແວກ່ຽວກັບການບຳລຸງສ້າງວິຊາຊີບແລະພັດທະນາວິສາຫະກິດ - ảnh 1
ການຮ່ວມມືຫວຽດນາມ-ນອກແວ ກ່ຽວກັບ
ການບຳລຸງສ້າງວິຊາຊີບແລະພັດທະນາວິສາຫະກິດ
(ພາບ: vnanet)


(vovworld) – ວັນ​ທີ 11/11, ສະຖານທູດ​ຫວຽດນາມ ປະຈຳ​ນອກ​ແວ ​ໃຫ້​ຮູ້​ວ່າ, ຫວຽດນາມ ​ແລະ ນອກ​ແວ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມທະວີການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ບຳລຸງ​ສ້າ​ງວິຊາຊີບ ​ແລະ ພັດທະນາ​ວິ​ສາ​ຫະກິດ. ຄວາມ​ມານະ​ພະຍາຍາມ​ນີ້​ໄດ້​ຢືນຢັນອີກ​ເທື່ອ​ໜຶ່ງທີ່​​ການ​ເຮັດ​ວຽກຕ່າງໆ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ນອກ​​ແວ ຂອງ​ທ່ານ​ນາງເລ​ຂາ​ຫ້ອງການການ​ຄ້າ ແລະ ອຸດສາຫະກຳຫວຽດນາມ ​​ຟ້າມທິທູ​ຮັ່ງ ​ໃນ​ໄລຍະ​ຜ່ານ​ມາ. ທີ່​ການ​ເຮ​ັດວຽກຢູ່ Oslo, ຜູ​້ອຳນວຍ​ການ​ໃຫຍ່​ສະຫະພັນ​ວົງ​ການ​ນາຍ​ຈ້າງ​ນອກ​ແວ Kristin Skogen Lund ​ແລະ ທ່ານ​ນາງສ.ຣ ຟ້າມທິທູ​ຮັ່ງ ​ໄດ້​ຕີ​ລາຄາ​ສູງໝາກຜົນ​ການ​ຮ່ວມ​ມືລະຫວ່າງ 2 ​ຝ່າຍ​ໃນ​ຊຸມ​ປີຜ່ານມາ, ບົນ​ພື້ນຖານ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້ຮັບ​ການ​ລົງ​ນາມ​ເມື່ອ​ປີ 2004. ການ​ຮ່ວມ​ມື​ລະຫວ່າງສະຫະພັນວົງ​ການ​ນາຍ​ຈ້າງ​ນອກ​ແວ ​ແລະ ​ຫ້ອງການການ​ຄ້າ ແລະ ອຸດສາຫະກຳຫວຽດນາມ ​​​ນອນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ພັດທະນາ​ໂດຍ​ລັດຖະບານ​​ນອກ​​ແວ ອຸປະ​​ຖຳ, ​​ເພື່ອແນ​​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນການ​ສອນ​ວິຊາ​ຊີບ, ​ແບ່ງ​ປັນ​ບົດຮຽນກ່ຽວ​ກັບ​ຮູບ​​ແບບ​ບຳລຸ​ງສ້າງ​ວິຊາ​ຊີບ​ຢູ່​ນອກ​ແວ.

ຂ່າວ/ບົດ​ອື່ນ