ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau
ພາບ:TTXVN
|
(vovworld)-ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ຢືນຢັນວ່າ: ຕົວປະກັນຜູ້ທີ 2 ຂອງປະເທດນີ້ ແມ່ນ Robert Hall ຖືກບັນດາພວກກະບົດຢູ່ພາກໃຕ້ ຟິລີບປີນ ສັງຫານ. ຖະແຫລງການດັ່ງກ່າວຖືກຍົກອອກໃນວັນທີ 13/6, ທ່ານນາຍົກລັດຖະມົນຕີ Justin Trudeau ໄດ້ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວ ແລະ ໝູ່ເພື່ອນຂອງທ່ານ Robert Hall ພ້ອມທັງຢັ້ງຢືນຄືນແຜນນະໂຍບາຍບໍ່ ຈ່າຍຄ່າໄຖ່. ທ່ານເນັ້ນຫນັກວ່າ “ເລື່ອງພວກກໍ່ການຮ້າຍ ກັກຂັງຕົວປະກັນ ພຽງແຕ່ເປັນການກໍ່ ຂາດສະຖຽນລະພາບ ແລະ ເກີດການໃຊ້ຄວາມຮຸນແຮງ. ທ່ານ Robert Hall ຖືກສັງຫານ ພາຍຫລັງ Abu Sayyyaf ບໍ່ໄດ້ຮັບຄ່າໄຖດ້ວຍຈຳນວນເງິນ ເກືອບ 13 ລ້ານ USD ຕາມການກຳນົດເວລາສຸດທ້າຍທີ່ໄດ້ວາງອອກແມ່ນ 15 ໂມງຂອງວັນທີ 13/6, ລັດຖະບານ ການາດາ ຢືດໝັ້ນນະໂຍບາຍບໍ່ຈ່າຍຄ່າໄຖ່ຕົວປະກັນ. ທີ່ກອງປະຊຸມສຸດຍອດ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາຊັ້ນນຳໂລກ ຫາກໍດຳເນີນຢູ່ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Trudeau ກໍໄດ້ຮຽກຮ້ອງລັດຖະບານ ປະເທດຕ່າງໆ ເດັດດ່ຽວບໍ່ ຈ່າຍຄ່າໄຖ່ຕົວປະກັນ ຍ້ອນມີຄວາມວິຕົກກັງວົນວ່າ ການກະທຳນີ້ຈະພຽງແຕ່ເພີ່ມການລ້ຽງດູພວກກໍ່ການຮ້າຍ ແລະ ເຮັດໃຫ້ເພີ່ມຄວາມສ່ຽງເກີດບັນດາເຫດລອບຈັບຕົວຕື່ມອີກເທົ່ານັ້ນ.