ການເຄື່ອນໄຫວກິລາ ຫວຽດນາມ - ໂມຢຳບິກ
ສະເຫຼີມສະຫຼອງ71ປີແຫ່ງວັນຊາດ ຫວຽດນາມ
(ພາບ: ສະຖານທູດ)
(vovworld) - ໃນລະຫວ່າງວັນທີ 27-28/8, ຢູ່ນະຄອນຫຼວງ Maputo, ສະຖານທູດ ຫວຽດນາມ ແລະ ຊາວ ຫວຽດນາມປະຈຳ ໂມຢຳບິກໄດ້ຈັດຕັ້ງການແຂ່ງຂັນບານເຕະມິດຕະພາບ ຫວຽດນາມ - ໂມຢຳບິກ, ເພື່ອສະເຫຼີມສະຫຼອງ 71 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ທີ 2/9 ຫວຽດນາມ. ທ່ານ ຫວູແທ່ງນາມ, ອັກຄະລັດຖະທູດ ຫວຽດນາມປະຈຳ ໂມຢຳບິກ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງການປະຕິວັດເດືອນສິງຫາ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ພ້ອມທັງຢືນຢັນເຖິງຈຸດປະສົງຂອງການແຂ່ງຂັນບານເຕະມິດຕະພາບນີ້, ແມ່ນເພື່ອແນໃສ່ສ້າງບັນຍາກາດອັນເບີກບານມ່ວນຊື່ນໃຫ້ປະຊາຄົມຊາວ ຫວຽດນາມທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ໂມຢຳບິກ, ຍາມໃດກໍ່ມຸ່ງຫາປະເທດຊາດ ແລະ ເພີ່ມທະວີການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີກັບປະຊາຊົນ ໂມຢຳບິກກວ່າອີກ.