ການເຄື່ອນໄຫວກຸສົນຂອງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ກຳປູເຈຍ
ນັກຂ່າວ VOV ປະຈຳກຳປູເຈຍ -  
ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ
ອາໄສຢູ່ກຳປູເຈຍ ແລະ ຄົນທຸກຍາກກຳປູເຈຍ
(ພາບ: TTXVN)
(vovworld) – ວັນທີ 25/01, ຢູ່ວັດ Ounalom, ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ຄະນະປະຕິບັດງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ມອບຂອງຂວັນ 500 ພູດທີ່ມີມູນຄ່າ 25.000 USD ໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ກຳປູເຈຍ ແລະ ຄົນທຸກຍາກກຳປູເຈຍ. ຂອງຂວັນດັ່ງກ່າວໄດ້ປະກອບສ່ວນໜູນຊ່ວຍບັນດາຄອບຄົວຊາວຫວຽດນາມ ອາໄສຢູ່ກຳປູເຈຍ ໃນໂອກາດຕ້ອນຮັບບຸນປີໃໝ່ປີມະແມ 2015. ກ່າວຄຳເຫັນທີ່ພິທີ, ພະອາຈານໃຫຍ່ ທິ໋ກດຶກທ້ຽນ, ເລຂາທິການໃຫຍ່ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢືນຢັນວ່າ, ປະຊາຊົນຫວຽດນາມ ແລະ ກຳປູເຈຍ ມີສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມ ເຊິ່ງໄດ້ຮັບການເພີ່ມພູນຄຸນສ້າງຜ່ານຫຼາຍລຸ້ນຄົນ. ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ສົມທົບກັບສະມາຄົມພຸດທະສາສະໜາກຳປູເຈຍ ຜັນຂະຫຍາຍບັນດາການເຄື່ອນໄຫວກຸສົນ, ໜູນຊ່ວຍການດຳລົງຊີວິດບັນດາພຸດທະສາສະນິກກະຊົນຍັງປະສົບກັບຄວາມຫຍຸ້ງຍາກຢູ່ກຳປູເຈຍ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບອັນດີງາມລະຫວ່າງ 2 ປະເທດ.
ນັກຂ່າວ VOV ປະຈຳກຳປູເຈຍ