( ທ່ານນາຍົກລັດຖະມົນຕີ Nguyen Tan Dung
ເຂົ້າຮ່ວມກອງປະຊຸມ ASEM 9 )
(vovworld) - ວັນທີ 6/11, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ພ້ອມກັບປະນຸກລັດ, ການນຳລັດຖະບານ ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດສະມາຊິກ ASEM ດຳເນີນບັນດາກອງປະຊຸມສຳຄັນດ້ວຍຫົວຂໍ້ວ່າ: ບັນດາບັນຫາທົ່ວໂລກ, ຊຸກຍູ້ການຮ່ວມມືວັດທະນະທຳ - ສັງຄົມ, ບັນດາບັນຫາພາກພື້ນ ແລະ ອະນາຄົດຂອງ ASEM. ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບບັນດາການນຳ ASEM ໃຫ້ຂໍ້ສັງເກດວ່າ ກ້າວເຂົ້າສູ່ທົດສະວັດທີ 2 ຂອງສະຕະວັດທີ 21, ຍິ່ງກວ່າເວລາໃດໝົດ, ໂລກພວມປະເຊີນໜ້າກັບບັນດາບັນຫາທົ່ວໂລກທີ່ຮ້າຍແຮງ, ຮຽກຮ້ອງໃຫ້ ASEM ຕ້ອງມີວິໄສທັດຢ່າງຮອບດ້ານ, ມີການກຳທຳຢ່າງວ່ອງໄວ ແລະ ຂ້ຽວຂາດໃນທຸກຂັ້ນລະດັບຊາດ, ພາກພື້ນ, ລະຫວ່າງພາກພື້ນ ແລະ ທ່ົວໂລກ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ: ບັນຫາຮີບດ່ວນໃນປະຈຸບັນທີ່ມີຕໍ່ 2 ທະວີບນັ້ນແມ່ນ ຕ້ອງເປັນເອກະພາບກັນກວ່າໃນສະຕິຮັບຮູ້, ສົມທົບກັນກະທຳຢ່າງແໜ້ນແຟ້ນກວ່າ ແລະ ປ່ຽນໃໝ່ວິທີສຳຜັດ. ບັນດາບັນຫາທົ່ວໂລກຕ້ອງໄດ້ຮັບການສຳຜັດ ແລະ ແກ້ໄຂບົນພື້ນຖານວິໄສທັດຍາວນານ, ຮອບດ້ານ ແລະ ຫຼາຍຂະແໜງ, ຕິດພັນກັບເລື່ອງປະຕິບັດບັນດາຈຸດໝາຍສະຫັດສະວັດຢ່າງແໜ້ນແຟ້ນ, ໃນນັ້ນມີບັນຫາປົກປັກຮັກສາສິງແວດລ້ອມ, ມານະພະຍາຍາມຫຼົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານນາຍົດລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ.
“ເວທີປາໄສໄດ້ຕາງໜ້າໃຫ້ປະມານ 60% ຈຳນວນປະຊາກອນໃນໂລກ ແລະ ໄດ້ປະກອບປະມານ 50% GDP ທົ່ວໂລກ, ASEM ມີຄວາມສາມາດ ແລະ ມີໜ້າທີ່ຮັບຜິດຊອບປະກອບສ່ວນເຂົ້າໃນການສ້າງບັນດາກົນໄກສົມທົບ, ຮ່ວມມືທີ່ມີລັກສະນະທົ່ວໂລກ, ມີຜົນສັກສິດຢ່າງເຕັມສ່ວນ ແລະ ປະສິດທິຜົນເພື່ອຮັບມື, ແກ້ໄຂບັນດາບັນຫາລວມ. ພວກເຮົາຕ້ອງມານະພະຍາຍາມປັບປຸງສະຫະປະຊາຊາດ, ປະຕິຮູບບັນດາລະບອບການເງິນສາກົນຕາມທິດຍຸດຕິທຳ, ປະຊາທິປະໄຕ ແລະ ມີປະສິດທິຜົນກວ່າ, ພ້ອມທັງຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືພາກພື້ນ ແລະ ລະຫວ່າງພາກພື້ນທີ່ພວມມີຢູ່ແລ້ວ. ສິ່ງນີ້ແມ່ນສອດຄ່ອງກັບການຫັນປ່ຽນເປັນພື້ນຖານໃນປະຈຸບັນໃນສາຍສຳພັນກຳລັງສາກົນ”.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍສະເໜີໃຫ້ ASEM ຕ້ອງຊຸກຍູ້ບັນດາໂຄງການ, ຂໍ້ລິເລີ່ມຢ່າງລະອຽດ ເພື່ອແກ້ໄຂຢ່າງທັນການບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນແຫຼ່ງນ້ຳ ແລະ ສະບຽງອາຫານ.
ໃນກອງປະຊຸມປຶກສາຫາລືກ່ຽວກັບຫົວຂໍ້ຮ່ວມມືດ້ານວັດທະນະທຳສັງຄົມຂອງ ASEM, ທ່ານນາຍົດລັດຖະມົນຕີ Nguyen Tan Dung ແລະ ບັນດາການນຳ ASEM ໄດ້ເນັ້ນໜັກເຖິງການຖືເປັນສຳຄັນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອມຸ້ງໄປເຖິງການພັດທະນາແບບຍືນຍົງ, ຕິດພັນການບຳລຸງສ້າງ ກັບບັນດາກາລະໂອກາດສ້າງວຽກເຮັດງານທຳໃນອະນາຄົດ ແລະ ເອົາໃຈໃສ່ບຳລຸງສ້າງວິຊາຊີບໃຫ້ກຳລັງແຮງງານໜຸ່ມ. ທີ່ກອງປະຊຸມກ່ຽວກັບບັນດາບັນຫາພາກພື້ນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບບັນດາການນຳ ASEM ແບ່ງປັນສິຕິຮັບຮູ້ລວມກ່ຽວກັບການປົກປັກຮັກສາສັນຕິພາບ, ສະຖຽນລະພາບແມ່ນຄວາມເປັນຫ່ວງອັນດັບໜຶ່ງຂອງທຸກໆປະເທດ ແລະ ບັນດາພາກພື້ນໃນປະຈຸບັນ.
ກອງປະຊຸມສຸດຍອດ ASEM 9 ໄດ້ອັດລົງໃນຕອນບ່າຍ 6/11.