ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມີການພົບປະກັບ
ພັກກອມມູນິດເຊັກໂກໂມຣາວາ
|
(vovworld) - ຕອນເຊົ້າວັນທີ 12/5, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມີການພົບປະກັບທ່ານປະທານພັກກອມມູນິດເຊັກໂກໂມຣາວາ, ທັງເປັນຮອງປະທານສະພາຕຳ່ ເຊັກໂກ Vojtech Filip, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ຕີລາຄາສູງເລື່ອງ ໃນຖານະເປັນຮອງປະທານສະພາຕຳ່ ເຊັກໂກ, ທ່ານ Vojtech Filip, ໄດ້ມີຄວາມມານະພະຍາຍາມທີ່ສຸດໃນການຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ. ທ່ານປະທານປະເທດຢືນຢັນວ່າ, ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສອງອົງການນິຕິບັນຍັດ ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ເຊັກໂກ ໃນຫຼາຍຂົງເຂດ.
ຕອນບ່າຍວັນທີ 12/5, ທ່ານປະທານປະເທດໄດ້ໄປຢ້ຽມຢາມແຂວງ Karlovy Vary, ທ່ານປະທານໄດ້ເຮັດວຽກຜູ້ວ່າການແຂວງ, ເຈົ້າຄອງນະຄອນ ແລະ ຢ້ຽມຢາມໂຮງງານ Moser Glas, ເຊິ່ງແມ່ນໂຮງງານຜະລິດແກ້ວທີ່ມີຊື່ສຽງຂອງ ສ ເຊັກໂກ. ທ່ານປະທານສະເໜີການນຳອຳນາດກນປົກຄອງແຂວງ, ນະຄອນນີ້ ພິຈາລະນາເລື່ອງສ້າງການພົວພັນຮ່ວມມືກັບບັນດາແຂວງ, ນະຄອນຂອງຫວຽດນາມ. ເພື່ອແນໃສ່ໜູນຊ່ວຍການແບ່ງປັນບົດຮຽນໃນການພັດທະນາຕົວເມືອງ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງກວາງບິ່ງ ກັບແຂວງ Karlovy Vary. ທ່ານປະທານສະແດງຄວາມຫວັງວ່າສອງທ້ອງຖີ່ນນີ້ ຈະມີລາຍການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດ, ພິເສດແມ່ນໃນການຜະລິດແກ້ວ, ເພາະວ່າ Karlovy Vary ແມ່ນແຂວງທີ່ມີຊື່ສຽງກ່ຽວກັບການຜະລິດແກ້ວ, ສ່ວນແຂວງກວາງບິ່ງ ພັດມີທ່າແຮງກ່ຽວກັບປະລິມານຂີ້ຊາຍຂາວ.