ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ Nguyen Phu Trong ຢູ່ ສິງກະໂປ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ Nguyen Phu Trong ຢູ່ ສິງກະໂປ  - ảnh 1
ການເຄື່ອນໄຫວຂອງທ່ານ​ເລຂາທິການ​ໃຫຍ່
Nguyen Phu Trong ຢູ່​ສິງກະ​ໂປ
(ພາບ: thanhnien.com.vn)


(vovworld) -     ຕອນ​ທ່ຽງ​ວັນ​ທີ 12/9, ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ສາກົນ Changgi ຢູ່ນະຄອນຫຼວງ​ສິງກະ​ໂປ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສິງກະ​ໂປ​ ຢ່າງ​ເປັນ​ທາງ​ການຕາມຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ເລຂາທິການ​ໃຫຍ່​ພັກ​ເຄື່ອນ​ໄຫວ​ເພື່ອປະຊາຊົນ​ສິງກະ​ໂປ ຫຼີຊຽນຫຼົງ. ການ​ຢ້ຽມຢາມ ສິງກະ​ໂປ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong  ​ແມ່ນ​ເຫດການ​ໃຫຍ່​ໃນ​ການ​ພົວພັນ​ສອງ​ປະ​ເທດ, ຢືນຢັນ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະ​ສິດ​ແກ່​ການ​ເພີ່ມ​ທະວີ​ການພັວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາ​ກພື້ນ​ອາ​ຊຽນ. ຕອນ​ບ່າຍ​ວັນ​ດ່ຽວ​ກັນ, ພິທີ​ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ເປັນ​ທາງ​ການ​ ​ຖືກ​ຈັດ​ຂຶ້ນຢ່າງ​ສົມ​ກຽດ​ຢູ່​ສຳນັກງານ​ປະທານາທິບໍດີ​ ພາຍ​ໃຕ້ການ​​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ. ຫຼັງ​ຈາກ​ນັ້ນ, ການ​ນຳ​ສອງ​ທ່ານ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ໃນເອກະສານ​ຮ່ວມ​ມືຈຳນວນ​ໜຶ່ງ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ