ການເຄື່ອນໄຫວຂອງລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິ່ງມີງຢູ່ນິວຢອກ

ການເຄື່ອນໄຫວຂອງລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິ່ງມີງຢູ່ນິວຢອກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມີ​ງ
ພາບ:internet

(vovworld)- ວັນ​ທີ 26/9/2013, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມີ​ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ບໍ່​ເປັນ​ທາງ​ການ (IAMM) ຈັດ​ຕັ້ງ​ຢູ່​ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 68 ຢູ່ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ ​ເພື່ອ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 23 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວ​ຂ້ອງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 8-9/10/2013 ຢູ່ ບຣູ​ໄນ. ທ່ານ ຟ້າ​ມບີ​່ງມີ​ງ ​ເນັ້ນ​ຫນັກ​ວ່າ: ປີ 2013 ອາ​ຊຽນ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫລາຍ​ຢ່າງ, ​ໃນ​ນັ້ນ ມີ​ການ​ປັບປຸງ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ກໍ​ຄື​ເພີ່ມ​ທະວີ​ການ​ສົມທົບ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ໃນ​ຂອບ​ເຂດ ສປຊ. ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ ຟ້າ​ມບີ​່ງມີ​ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະຫວ່າງ​ບັນດາ​ລັດຖະມົນຕີ ອາ​ຊຽນ ກັບ​ເລຂາທິການ​ໃຫຍ່ ສປຊ ​ແລະ ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ​ເພື່ອ​ສຳ​ຫລວດ​ກວດຄືນ ​ແລະ ປຶກສາ​ຫາລື​ການ​ຊຸກ​ຍູ້​ການ​ຮ່ວມ​ມື ອາຊຽນ - ສປຊ, ​ໃນ​ນັ້ນ ມີ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຝ່າຍ​ຊື່​ງສ້າງ​ຂຶ້ນ​ເມື່ອ​ປີ 2011.

ຂ່າວ/ບົດ​ອື່ນ