(vovworld) - ເພື່ອຕອບສະໜອງປີຄອບຄົວຫວຽດນາມ ແລະ ສະເຫຼີມສະຫຼອງວັນຄອບຄົວຫວຽດນນາມ (ຄືວັນທີ 28/06), ຕອນເຊົ້າວັນທີ 23/06, ສະມາຄົມແມ່ຍິງນະຄອນດ່ານັ້ງ ໄດ້ຈັດວັນບຸນ “ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຄອບຄົວພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວທາງສັງຄົມ ແລະ ສ້າງປະຊາຄົມ”. ມີກວ່າ 2000 ຄົນເຊິ່ງແມ່ນສະມາຊິກສະມາຄົມແມ່ຍິງ ແລະ ບັນດາຄອບຄົວຢູ່ນະຄອນດ່ານັ້ງເຂົ້າຮ່ວມ. ທ່ານນາງ ໂດ້ທິກິມລິ້ງ, ປະທານສະຫະພັນແມ່ນຍິງນະຄອນດ່ານັ້ງ ໃຫ້ຮູ້ວ່າ.
“ສິ່ງທີພວກຂ້າພະເຈົ້າຢາກສົ່ງເຖິງວັນບຸນບັນຫາສ້າງຄອບຄົວທີ່ອີ່ມໜຳສຳລານ, ຄວາມສະເໝີພາບ, ກ້າວໜ້າ, ຜາສຸກ ບົນພື້ນຖານຄວາມສະເໝີພາບລະຫວ່າງຍິງ - ຊາຍ, ບົນພື້ນຖານການເຂົ້າຮ່ວມຂອງບັນດາຂອບຄົວເຂົ້າຮ່ວມການເຄື່ອນໄຫວທາງສັງຄົມ ແລະ ສ້າງປະຊາຄົມ. ພວກຂ້າພະເຂົ້າຫວັງວ່າ ບັນດາການເຄື່ອນໄຫວໃນວັນບຸນນີ້ ຈະນຳມາເຊິ່ງຄວາມເບີກບານມ່ວນຊື່ນຢ່າງແທ້ຈິງ ເພື່ອໃຫ້ບັນດາຄອບຄົວມີໂອກາດເຕົ້າໂຮມກັນ, ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ. ຜ່ານນັ້ນ ແຕ່ລະຄົນມີສະຕິຮູ້ສຶກກວ່າກ່ຽວກັບບົດບາດທີ່ຕັ້ງຂອງຄອບຄົວ”.
ເນື່ອງໃນໂອາກາດນີ້, ຕອນເຊົ້າວັນທີ 23/06, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດງານແຂ່ງຂັນແຕ່ງອາຫານດ້ວຍຫົວຂໍ້ວ່າ “ອາຫານ 3 ພາກ - ຄອບຄົວໄດ້ຄະແນນ 10”. ງານບຸນແມ່ນໂອກາດເພື່ອເຊີດຊູຄຸມຄ່າ, ບົດບາດຂອງສະມາຊິກໃນຂອບຄົວ, ສ້າງໂອກາດເພື່ອໃຫ້ບັນດາຄອບຄົວໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການລ້ຽງດູ ສິດສອນລູກໃຫ້ດີ, ສ້າງຄອບຄົວທີ່ຜາສຸກ.