( vovworld ) – ຕອນເຊົ້າຂອງວັນທີ່ 7/6, ນະຄອນໂຮ່ຈິມິນ ໄດ້ຈັດງານຊຸມນຸມມິດຕິງ ລະນຶກວັນໂລກເຊີດຊູຜູ້ບໍລິຈາກເລືອດ ຄືວັນທີ 14/6. ນະທີ່ນີ້, ບັນດາຜູ້ແທນໄດ້ມີການພົບປະແລກປ່ຽນກັບບັນດາແບບຢ່າງໄດ້ບໍລິຈາກເລືອດອາສາສະໝັກຫຼາຍເທື່ອ, ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນນະຄອນ ແລະ ສູນກາງສະພາກາແດງ ໃຫ້ແກ່ບັນດາຜູ້ບໍລິຈາກເລືອດ. ທ່ານ Vu Ngoc Linh ຜູ້ມີສະຖິຕິໄດ້ບໍລິຈາກເລືອດອາສາສະໝັກ 65 ເທື່ອໄດ້ເວົ້າວ່າ:
“ເມື່ອເຮົາບໍລິຈາກເລືອດ ແມ່ນເຮົາໄດ້ຊ່ວຍໃຫ້ຜູ້ຕ້ອງການເລືອດ. ສຳລັບຕົນເອງແລ້ວ, ການບໍລິຈາກເລືອດກໍ່ດີຕໍ່ສຸຂະພາບ. ມື້ນີ້, ທຸກຄົນໄດ້ເຊີດຊູຜູ້ບໍລິຈາກເລືອດ, ຂ້າພະເຈົ້າກໍ່ຮູ້ສຶກມີຄວາມສຸກທີ່ສຸດ ແລະ ຈະພະຍາຍາມເພື່ອເຂົ້າຮ່ວມການບໍລິຈາກເລືອດອີກ“
ເນື່ອງໃນໂອກາດນີ້, ນະຄອນໂຮ່ຈິມິນ ໄດ້ຈັດການສະຫລຸບ 6 ເດືອນຕົ້ນປີ ຂະບວນການບໍລິຈາກເລືອດ. ໃນ 6 ເດືອນຜ່ານມາ, ທາງນະຄອນໄດ້ຮັບເລືອດກ່ວາ 90.000 ຖົງ, ບັນລຸ 60% ຄາດໝາຍຂອງປີ 2012. ແຕ່ນີ້ຮອດທ້າຍປີ, ທາງນະຄອນຈະສືບຕໍ່ປະຕິບັດໂຄງການບໍລິຈາກເລືອດອາສາສະໝັກໄລຍະ 2009-2015 ດ້ວຍເລື່ອງຫັນເປັນຫຼາຍຮູບຫຼາຍແບບ, ປ່ຽນແປງສະຕິຄວາມຮັບຮູ້ຂອງວົງຄະນາຍາດໃນການບໍລິຈາກເລືອດ.