(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/06/1925 – 21/06/2016), ວັນທີ 20/06, ຢູ່ຮ່າໂນ້ຍ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ໄດ້ຈັດງານພົບປະກັບບັນດາອົງການສື່ມວນຊົນ. ຢູ່ທີ່ນີ້, ທ່ານ ເຮົ່າອາເລັງ, ຮອງປະທານຜູ້ປະຈຳການຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ປາດຖະໜາ່ວາ, ບັນດາສຳນັກຂ່າວສານ, ສື່ມວນຊົນ ສືບຕໍ່ຮ່ວມເດີນທາງພ້ອມກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິຂອງພັກ, ລັດຢູ່ເຂດຕາເວັນຕົກສ່ຽງເໜືອ. ພ້ອມທັງຍູ້ແຮງການໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາແຂວງເຂດຕາເວັນຕົກສ່ຽງເໜືອ ເພື່ອດຶງດູດການລົງທຶນ, ເພີ່ມກຳລັງແຮງເພື່ອພັດທະນາທົ່ວເຂດ; ແນະນຳໃຫ້ພໍ່ແມ່ປະຊາຊົນບັນດາຄວາມຮູ້ດ້ານວິທະຍາສາດ, ເຕັກນິກ, ວິທີປະຕິບັດທີ່ດີ ເພື່ອຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ບື່ນຕົວຂຶ້ນສ້າງຄວາມຮັ່ງມີ.
ເນື່ອງໃນໂອກາດນີ້, ການນຳຄະນະພັກນະຄອນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນເກີນເທີ, ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຫ້ອງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນໃນບໍລິເວນແຂວງ.
ຢູ່ແຂວງບາກລຽວ, ບິ່ງເຢືອງ, ເຫ້ງອານ, ຢາລາຍ, ໄຕນິງ… ກໍຈັດງານພົບປະບັນດາຜູ້ເປັນນັກຂ່າວໃນບໍລິເວນແຂວງເຊັ່ນດ່ຽວກັນ.