( vovworld ) – ວັນທີ 26/7, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວມາຍັງບັນດາຜູ້ຕາງໜ້າທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 65 ປີ. ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ Truong Tan Sang ປາດຖະໜາ ແລະ ເຊື່ອໝັ້ນວ່າບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ເປັນແບບຢ່າງດ້ານຄຸນສົມບັດ, ບັນລຸໄດ້ບັນດາຜົນງານໃນຂົງເຂດການຮ່ຳຮຽນ, ອອກແຮງງານ, ທຳການຜະລິດ, ປະກອບສ່ວນໃຫ້ປະເທດຊາດຫຼາຍກ່ວາອີກ.
ໃນໂອກາດນີ້, ທ້ອງຖິ່ນຕ່າງໆໃນທົ່ວປະເທດກໍ່ໄດ້ຈັດບັນດາການເຄື່ອນໄຫວອາໄລຫາເຖິງດວງວິນຍານນັກຮົບເສຍສະຫຼະຊີວິດເພື່ອຊາດ, ເອົາໃຈໃສ່ເບິ່ງແຍງຄອບຄົວທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ພາຍຫຼັງພາກຂ່າວ, ເຊີນທ່ານຮັບຟັງບົດທີ່ພາດຫົວເລື່ອງວ່າ: “ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີກ່ວາອີກ“.