ລັດຖະມົນຕີວ່າກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກ
ຊອນ ມອບຂອງຂວັນໃຫ້ຄະນະຄຸ້ມຄອງເຂດປູຊະນີຍະສະຖານ
ATK
|
(vovworld) – ຕອນຄ່ຳວັນທີ 14/5, ຢູ່ນະຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ທ໋າຍງວຽນ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ວ່າ “ດອກໄມ້ຖະຫວາຍລຸງໂຮ່. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແລະ ສະເຫຼີມສະຫຼອງ 10 ປີແຫ່ງການເຄື່ອນໄຫວຂອງອະນຸສອນສະຖານປະທານ ໂຮ່ຈີມິນ ທີ່ຂຶ້ນກັບເຂດປູຊະນີຍະສະຖານ ATK ດິ້ງຮ່ວາ. ເຂົ້າຮ່ວມລາຍການມີລັດຖະມົນຕີວ່າກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ, ຜູ້ຕາງໜ້າການນຳບາງແຂວງໃກ້ຄຽງ, ການນຳແຂວງ ທ໋າຍງວຽນ ແລະ ປະຊາຊົນໃນບໍລິເວນແຂວງເປັນຈຳນວນຫຼາຍ.
ກ່ອນໜ້ານັ້ນ, ວັນທີ 13/5, ວາລະສານສັງລວມ ອາເມລິກາ ລາຕີງ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີນ ຈັດຕັ້ງການໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2015), ຢູ່ສຳນັກງານສະມາຄົມຜູ້ອອກແຮງງານ ອັກຊັງຕີນ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ຫງວຽນດິ່ງທາວ ຢັ້ງຢືນວ່າ: ພາຍຫຼັງ 40 ປີໂຮມປະເທດຊາດເປັນເອກະພາບ, ແນວຄິດກ່ຽວກັບເອກະລາດ, ເສລີພາບຂອງ ປະທານ ໂຮ່ຈີມິນ ຍັງສືບຕໍ່ເຍືອງທາງແຫ່ງການສ້າງສາ, ພັດທະນາ ແລະ ຫັນ ຫວຽດນາມ ເປັນປະເທດອຸດສາຫະກຳ, ທັນສະໄໝ. ເນື່ອງໃນອກາດນີ້, ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ຮັບຊົມຟິມຮູບເງົາກ່ຽວກັບພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ.