ທ່ານ V.I Le-nin
(ພາບປະກອບ)
|
(vovworld) – ໃນບັນດາໜັງສືພິມໃຫຍ່ສະບັບອອກວັນທີ 22/4 ໄດ້ລົງພິມຫຼາຍຂ່າວ, ບົດ ແລະ ພາບເນື່ອງໃນໂອກາດ ສະເຫຼີມສະຫຼອງ 145 ປີແຫ່ງວັນຄ້າຍວັນເກີດ V.I Le-nin (22/4/1870 – 22/4/2015). ໃນໜ້າທຳອິດຂອງໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ມີບົດຂຽນ “ປະທານ ໂຮ່ຈີມິນ ສືບທອດ ແລະ ພັດທະນາ ແນວຄິດ Lenin ຢ່າງມີຫົວຄິດປະດິດສ້າງ”, ຢັ້ງຢືນໄຊຊະນະຂອງການປະຕິວັດເດືອນ 10 ລັດເຊຍ ເມື່ອປີ 1917 ຕິດພັນກັບບັນດາການປະກິດຄິດປະດິດສ້າງໃນທິດສະດີ ແລະ ການຊີ້ນຳຕົວຈິງຂອງ V.I Le-nin. ປະທານ ໂຮ່ຈີມິນ ໄດ້ຮັບເອົານ້ຳໃຈຂອງລັດທິ Le-nin ແລະ ນຳໃຊ້ຢ່າງມີຫົວຄິດປະດິດສ້າງເຂົ້າໃນການປະຕິວັດ ຫວຽດນາມ. ໃນໜ້າທຳອິດຂອງໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ມີບົດຂຽນດ້ວຍຫົວຂໍ້ວ່າ “ລຸງໂຮ່ ຂຽນກ່ຽວກັບ Lenin”. ບົດໜັງສືພິມຂຽນວ່າ: ພາຍຫຼັງ Le-nin ເຖິງແກ່ມໍລະນະກຳພຽງ 6 ວັນ ແລະ ໃນທຸກໆບົດຂຽນກ່ຽວກັບ Le-nin ຂອງຕົນ, ຫງວຽນອ໋າຍກວກ - ໝາຍເຖິງປະທານ ໂຮ່ຈີມິນ ໄດ້ຂຽນກ່ຽວກັບ Le-nin ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບນັບຖືແບບພິເສດ. ນອກຈາກເລື່ອງຢັ້ງຢືນ Le-nin ແມ່ນຜູ້ໃຫ້ປະຕິບັດ ແລະ ພັດທະນາລັດທິ ມາກ, ແມ່ນຜູ້ກຳເນີດການປະຕິວັກຳມະຊີບ ແລະ ການປະຕິວັດປົດປ່ອຍຊາດ, Le-nin ຍັງແມ່ນຜູ້ໄດ້ບຳລຸງສ້າງບັນດານັກຮົບປະຕິວັດໃນທົ່ວປະເທດ, ດ້ວຍທິດສະດີປະຕິວັດວິທະຍາສາດ ແລະ ດ້ວຍຄຸນສົມບັດສິນທຳປະຕິວັດ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 145 ປີແຫ່ງວັນຄ້າຍວັນເກີດ V.I Le-nin, ວັນທີ 22/4, ການນຳຄະນະພັກນະຄອນ ຮ່າໂນ້ຍ ໄດ້ໄປວາງພວມມາລາຢູ່ອະນຸສາວະລີ Le-nin ຢູ່ນະຄອນຫຼວງ ຮ່າໂນ້ຍ.