ການເຄື່ອນໄຫວຕ່າງໆສະເຫລີມສະຫລອງວັນໂຮມປະເທດຊາດເປັນເອກະພາບ

ການເຄື່ອນໄຫວຕ່າງໆສະເຫລີມສະຫລອງວັນໂຮມປະເທດຊາດເປັນເອກະພາບ - ảnh 1
(ພາບປະກອບ)

(vovworld)- ລາຍ​ການ​ສິ​ລະ​ປະ​ພ​ິ​ເສດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975-30/4/2015) ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 30/4 ຢູ່ ນະ​ຄອນ ໂຮ່​ຈິ​ມີນ.  ມີ​ນັກ​ສະ​ແດງ​ເກືອບ 5000 ຄົນ ໄດ້​ວາດ​ພາບການ​ຕໍ່​ສູ້​ກູ້​ຊາດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ​ຫວຽດ​ນາມ​ໃນ​ໄລ​ຍະ 1954-1975. ຄ​ຽງ​ຄູ່​ກັນ​ນັ້ນ ລາຍ​ການ​ໄດ້​ວາດ​ພາບ​ໃຫ້​ເຫັນ​ຮູບ​ພາບ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ພາກ​ໃຕ້​ໃນ​ຊຸມມື້​ປະ​ຫວັດ​ສາດ-ລະ​ດູ​ບານ​ໃຫມ່​ປີ 1975, ວິ​ວັດ​ການ​ນະ​ຄອນ ໂຮ່​ຈິ​ມີນ ປ່ຽນ​ແປງ​ໃຫມ່, ບັນ​ລຸ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ​ທາງ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ.

ເພື່ອ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ສຳ​ຄັນ​ນີ້, ຢູ່​ນະ​ຄອນ ໂຮ່​ຈິ​ມີນ ແລະ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນຄື: ຍິງບັ້ງ​ໄຟ​ດອກ​ແກ່​ຍາວ 15 ນາ​ທີ, ລາຍ​ການ​ສິ​ລະ​ປະ​ຂ່ຳ​ນັບ​ຮັບ​ຕ້ອນ​ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ 1/5 ໄດ້​ດຶງ​ດູດ​ປະ​ຊາ​ຊົນ ແລະ ແຂກ​​ສາ​ກົນ​ເຂົ້າ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

 

ຂ່າວ/ບົດ​ອື່ນ