ການເຄື່ອນໄຫວຕ່າງໆອວຍພອນ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ທ່ານຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈິມິນ ແລະ
ທ່ານຫວໍວັນເຖືອງ, ຮອງເລຂາປະຈຳການຄະນະພັກນະຄອນໂຮ່ຈິມິນ
ພາບ:Thanh Vũ/TTXVN
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/3/1955-22/3/2015), ຕອນເຊົ້າວັນທີ 23/3, ຄະນະການນຳນະຄອນໂຮ່ຈິມິນ ໂດຍທ່ານ ຫວໍວັນເຖືອງ, ຮອງເລຂາປະຈຳການຄະນະພັກນະຄອນໂຮ່ຈິມິນ, ນຳໜ້າ ໄດ້ມາອວຍພອນຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳນະຄອນໂຮ່ຈິມິນ. ທ່ານ ຫວໍວັນເຖືອງ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງການພົວພັນລະຫວ່າງ 2 ພັກ, 2 ລັດ ກໍ່ຄືລະຫວ່າງນະຄອນໂຮ່ຈິມິນ ກັບບັນດາທ້ອງຖິ່ນຂອງ ລາວ ຈະໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ຍູ້ແຮງໃນຫຼາຍຂົງເຂດ.