ທະຫວາຍທູບທຽນຢູ່ຕາແສງເຊີນດິ້ງ, ເມືອງເຊີນຮ່ວາ, ແຂວງຟູອຽນ
(ພາບ: Anh Tuấn/TTXVN
(vovworld)- ບັນດາໜັງສືພິມໃຫ່ຍຂອງຫວຽດນາມ ສະບັບອອກວັນທີ 19/5 ໄດ້ລົງພິມຂ່າວ, ບົດ ແລະ ພາບກ່ຽວກັບຊີວິດ, ພາລະກິດການປະຕິວັດຂອງ ປະທານໂຮ່ຈິມິນ. ບົດນຳທີ່ລົງພິມໃນໜັງສຶພິມເຍິນເຢິນ ແປ່ວ່າປະຊາຊົນ ສຽງຂອງພັກກອມມູນິດຫວຍດນາມ ດ້ວຍຫົວຂໍ້ວ່າ: “ແນວຄິດໂຮ່ຈິມິນບົນເສັ້ນທາງສ້າງສາ ແລະ ປົກປັກຮັກສາປະເທດຊາດເປັນແສງສະຫວ່າງຕະຫຼອດໄປ“ ໄດ້ເນັ້ນໜັກວ່າ: ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ທົ່ວພັກ, ທົ່ວກອງທັບ, ທົວປວງຊົນ ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ຍົກສູງນ້ຳໃຈຮັບຜິດຊອບ; ຕັດສິນໃຈສ້າງສາປະເທດຊາດນັບມື້ນັບຮັ່ງມີເຂັ້ມແຂງ, ຕັດສິນໃຈປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນເຂດນ້ຳແດນດິນອັນສັກກະລະບູຊາຂອງປະເທດຊາດ.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ໄດ້ຖືກຈັດຂຶ້ນຢູ່ຫຼາຍແຫ່ງທັງພາຍໃນ ແລະ ຕ່າງປະເທດ. ຕອນເຊົ້າວັນທີ 19/5, ຄະນະໂຄສະນາສຶກສາສູນກາງພັກໄດ້ຈັດກອງປະຊຸມໂດຍກົງທາງເຄືຍຂ່າຍອິນເຕີແນັດ ສະຫລຸບ 3 ປີແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ໂດຍມີການເຂົ້າຮ່ວມຂອງ 63 ແຂວງ, ນະຄອນໃນທົ່ວປະເທດ.
ກ່ອນໜ້ານັ້ນ, ວັນທີ 18/5, ແຂວງຟູອຽນ ໄດ້ຈັດການທະຫວາຍທູບທຽນຢູ່ຫໍບູຊາປະທານໂຮ່ຈິມິນ ທີ່ຕາແສງເຊີນດິ້ງ, ເມືອງເຊີນຮ່ວາ. ສ່ວນຢູ່ແຂວງທາຍງວຽນ ໄດ້ຈັດລາຍການສະແດງສິລະປະພິເສດດ້ວຍຫົວເລື່ອງ “ທ່ານປະທານໂຮ່ຈິມິນ ແມ່ນຄວາມເຊື່ອໝັ້ນແຫ່ງໄຊຊະນະ“.
ໃນຂະນະນັ້ນ, ຢູ່ຝະລັ່ງ, ຫໍພິພິຕະພັນໂຈ່ຈິມິນ ສົມທົບກັບສູນວັດທະນະທຳຫວຽດນາມ ຢູ່ຝະລັ່ງ ໄດ້ຈັດງານວາງສະແດງພາບຖ່າຍ “ໂຮ່ຈິມິນ ກັບມໍລະດົກວັດທະນະທຳຫວຽດນາມ“. ສ່ວນຢູ່ Pretoria, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟິຼກກາໃຕ້ ໄດ້ຈັດການພົບປະສ້າງສັນດ້ວຍຫົວເລື່ອງ “ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານໂຮ່ຈິມິນ ຄົບຮອບ 124 ປີ ແລະ ມຸ້ງໄປເຖິງໝູ່ເກາະຮ່ວາງຊາ-ເຈື່ອງຊາ ທີ່ຮັກແພງ“./.