(vovworld)- ໃນຊຸມມື້ຕົ້ນລະດູບານໃໝ່, ບັນຍາກາດຢູ່ບັນດາທ່າຫາປາໃນບັນດາແຂວງທາງທິດໃຕ້ພາກກາງຫວຽດນາມມີຄວາມຟົດຟື້ນຍິ່ງຂຶ້ນ. ກ່ຳປັ່ນຫາປາໄກຈາກຝັ່ງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ນັບສິບລຳ ທີ່ນຳເອົາປາ, ກຸງ້ ເປັນຈຳນວນຫຼວງຫຼາຍໄດ້ເຂົ້າທຽບທ່າ . ຢູ່ທ່າຫາປາ ຮ່ອນເຮີ໋ ແລະ ຕະຫຼາດສິນໃນນ້ຳ ທາງທິດໃຕ້ຂອງພາກກາງ, ຢູ່ຕາແສງ ເຟືອກດົ່ງ, ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ ໃນແຕ່ລະມື້ມີກ່ຳປັ່ນຫາປາ ກວ່າ 40 ລຳເຂົ້າທຽບທ່າ, ແຕ່ລະລຳຫາປາໂອໄດ້ປະມານ 2 ໂຕນ, ມີບາງລຳຫາປາໂອ, ປາທູໄດ້ເກືອບ 10 ໂຕນ.
ຢູ່ແຂວງ ວິ້ງອຽນ, ກ່ຳປັ່ນຫາປານັບຮ້ອຍລຳ, ທີ່ນຳເອົາປາໂອມະຫາສະມຸດເກືອບ 100 ໂຕນກໍ່ໄດ້ເຂົ້າທຽບທ່າຕາມລຳດັບ, . ທ່ານ ກາວວັນໂລກ, ຫົວໜ້າທ່າຫາປາ ຕາແສງ 6, ນະຄອນ ຕູຍຮ່ວາ, ແຂວງ ຟູ໋ອຽນ ໃຫ້ຮູ້ວ່າ:
”ຊາວປະມົງ ທຸກຄົນ ຕ້ອນຮັບບຸນເຕັດຢູ່ນອກຝັ່ງທະເລ, ປີນີ້ເຂົາເຈົ້າກໍ່ຫວັງວ່າຈະຫາປາໄດ້ຢ່າງຫຼວງຫຼາຍ ແລະທ່າກ່ຳປັ່ນກໍ່ຈະໄດ້ຮັບການກໍ່ສ້າງຄືແນວໃດເພື່ອໃຫ້ກ່ຳປັ່ນສາມາດເຂົ້າທຽບທ່າຢ່າງສະດວກສະບາຍ”
ໃນຂະນະນັ້ນ, ເພື່ອປະຕິບັດແຜນການທີ່ໄດ້ວາງອອກ, ບັນດາຫົວໜ່ວຍກໍ່ສ້າງໃນກິດຈະກຳກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ລາຍເຈົາ ບໍ່ພັກການ, ກຳມະກອນ 1 ພັນກວ່າຄົນ ໄດ້ຕ້ອນຮັບບຸນເຕັດຢູ່ທີ່ກິດຈະກຳດ້ວຍການເອົາໃຈໃສ່ທາງດ້ານວັດຖຸ ແລະຈິດໃຈຢ່າງຄົບຖ້ວນ. ຕາມແຜນການແລ້ວ, ທ້າຍໄຕມາດທີ 1 ປີ 2012, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ລາຍເຈົາ ຈະດຳເນີນການກີດກັ້ນແມ່ນ້ຳ, ດັ່ງນັ້ນບັນດານັກປະມູນຈຶ່ງລະດົມອຸປະກອນເຄື່ອງຈັກ, ພະນັກງານ ແລະກຳມະກອນ ທັງໝົດເພື່ອປະຕິບັດໂຄງການດັ່ງກ່າວ.