ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ
(ພາບປະກອບ)
(vovworld) - ວັນທີ 16/5, ຢູ່ແຂວງລາວກາຍ, ສືບຕໍ່ດຳເນີນການເຄື່ອນໄຫວຕ່າງໆໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 2.ຕາມແຜນການ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແລະ ຄະນະຜູ້ແທນປ້ອງກັນປະເທດຈີນ ຈະເຫັນປະຈັກຕາການລາດຕະເວັນຮ່ວມຢູ່ເຂດຊາຍແດນໃນຫຼັກໝາຍ 112 ຂຶ້ນກັບຕາແສງບານເລົ່າ, ເມືອງເມື່ອງເຄືອງ, ແຂວງລາວກາຍ; ເຂົ້າຮ່ວມພິທີເປີດສະຫຼອງຫໍວັດທະນະທຳມິດຕະພາບເຂດຊາຍແດນຫວຽດນາມ - ຈີນ, ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກແຮກສ່ຽວລະຫວ່າງທ້ອງຖີ່ນຂອງສອງປະເທດ ແລະ ໄປຢ້ຽມຢາມປ້ອມປ້ອງກັນຊາຍແດນບານເລົ່າ.
ກ່ອນໜ້ານັ້ນ, ວັນທີ 15/5, ທີ່ການເຈລະຈາມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 2, ທ່ານລັດຖະມົນຕີວາວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ແລະ ທ່ານພົນໂທ ຈາງວາງແຈວນ, ລັດຖະມົນຕີວາວ່າການກະຊວງປ້ອງກັນປະເທດຈີນ ໄດ້ປຶກສາຫາລືບັນດາເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ຈີນ. ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີຮັກສາ, ເປີດກວ້າງແລະ ເຮັດໃຫ້ການເຄື່ອນໄຫວ ພົບປະແລກປ່ຽນມິດຕະພາບປ້ອງກັນຊາດໃນເຂດຊາຍແດນຫວຽດນາມ - ຈີນ ອຸດົມສົມບຸນຍິ່ງຂຶ້ນ. ບັນດາທ້ອງຖີ່ນ, ກົມກອງເປີດກວ້າງການພົບປະແລກປ່ຽນກັບຊາວໜຸ່ມ, ປະຊາຊົນທຸກຊັ້ນວັນນະຂອງສອງປະເທດເພື່ອພ້ອມກັນປົກປັກຮັກສາເຂດຊາຍແດນ, ກໍ່ສ້າງເຂດຊາຍແດນມິດຕະພາບ.