(vovworld) – ຕອນເຊົ້າວັນທີ 19/5, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2013) ຢ່າງສົມກຽດ ແລະ ຍ້ອງຍໍຊົມເຊີຍບັນດາແບບຢ່າງຮຳ່ຮຽນ ແລະ ປະຕິບັດຕາມຄຸນສົມບັດປະທານ ໂຮ່ຈີມິນ. ອ່ານສູນທອນພົດນະພິທີ, ທ່ານ ຫງວຽນວັນດົວ, ຮອງເລຂາຜູ້ປະຈຳການອົງຄະນະພັກນະຄອນ ໂຮ່ຈີມິນ ຕາງໜ້າໃຫ້ອົງຄະນະພັກ, ອຳນາດການປົກຄອງ, ແລະ ປະຊາຊົນ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:
“ອົງຄະນະພັກ ແລະ ປະຊາຊົນນະຄອນທີ່ໃສ່ຊື່ປະທານ ໂຮ່ຈີມິນ ໝັ້ນໝາຍຈະເດີນຕາມເສັ້ນທາງຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຕັດສິນໃຈຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ສາມັກຄີ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຢືດໝັ້ນຕາມເສັ້ນທາງສັງຄົມນິຍົມ, ມານະພະຍາຍາມສູ້ຊົນ, ເປັນເຈົ້າການໃນການກຳແໜ້ນກາລະໂອກາດ, ຜ່ານຜ່າສິ່ງທ້າທາຍຕ່າງໆ... ສ້າງສະພາບແວດລ້ອມວັດທະນະທຳປອດໃສ, ຍົກສູງຊີວິດດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສ້າງນະຄອນ ໂຮ່ຈີມິນ ສີວິໄລ, ທັນສະໄໝ”
ພາບປະກອບ
ເນື່ອງໃນໂອກາດນີ້, ບັນດາຄະນະຜູ້ແທນ ນະຄອນ ໂຮ່ຈີມິນ ໄດ້ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ຢູ່ ຫໍພິພິທະພັນ ໂຮ່ຈີມິນ, ນະຄອນ ໂຮ່ຈີມິນ. ຢູ່ ນະຄອນຫຼວງ ຮ່າໂນ້ຍ, ປະຊາຊົນນັບໝື່ນໆເທື່ອຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດໄດ້ເຂົ້າສຸສານໄຫວ້ອາໄລ ປະທານ ໂຮ່ຈີມິນ.
ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ຈັດຕັ້ງການໂອ້ລົມສົນທະນາສະຫງວນໃຫ້ແກ່ນັກສຶກສາ ດ້ວຍຫົວຂໍ້ວ່າ “ລຸງໂຮ່ ກັບປັນຍາຊົນໜຸ່ມ ໃນຂະບວນການປົດປ່ອຍຊາດ”.
ວັນທີ 19/5, ຢູ່ຕາແສງ ກີມລຽນ, ເມືອງ ນາມດ່ານ, ແຂວງ ເຫງ້ອານ - ເຊິ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສະມາຄົມທ່ານໝໍໜຸ່ມ ຫວຽດນາມ ແລະ ແຂວງ ເຫງ້ອານ ໄດ້ສົມທົບກັນຈັດຕັ້ງວັນບຸນເມດຕາເພື່ອສຸຂະພາບຂອງວົງຄະນະຍາດ ປີ 2013.
ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ວັນທີ 18/5, ຢູ່ພູ ເກີ໋ມ, ນະຄອນ ຕາມກີ່, ແຂວງ ກ໋ວາງນາມ ໄດ້ຈັດຕັ້ງພິທີຕັ້ງແຜ່ນສີລາທຳອິດເພື່ອກໍ່ສ້າງອະນຸສາວະລີແມ່ຫວຽດນາມ ວິລະຊົນ.
ແລະກໍ່ເນື່ອງໃນໂອກາດນີ້, ພິເສດແມ່ນມຸ້ງໄປເຖິງການສະເຫຼີມສະຫຼອງ 90 ປີແຫ່ງການປະທານ ໂຮ່ຈີມິນ ໄປໂຊວຽດ (30/6/1923), ໃນການແລກປ່ຽນກັບນັກຂ່າວ VOV ປະຈຳສະຫະພັນ ລັດເຊຍ, ນັກຫວຽດນາມ ວິທະຍາ ທ່ານ Evgheni Kobelev ຫວນຄືນວ່າ:
“ຍາມໃດປະທານ ໂຮ່ຈີມິນ ກໍ່ມີຄວາມຕັດສິນໃຈຕ້ອງເຮັດຄືແນວໃດເພື່ອປົດປ່ອຍປະເທດຊາດ. ເມື່ອເພີ່ນມາ ມົດດສະກູ, ພິເສດແມ່ນເມື່ອເຮັດວຽກກັບພັກກອມມູນິດສາກົນ ແລະ ຮຳ່ຮຽນຢູ່ມະຫາວິທະຍາໄລ ຕາເວັນອອກ ເພີ່ນໄດ້ຮຳ່ຮຽນເອົາບົດຮຽນຢ່າງຄົບຖ້ວນເພື່ອສາມາດປົດປ່ອຍຊາດຕົນ ແລະ ປີ 1930 ເພີ່ນໄດ້ກໍ່ຕັ້ງພັກກອມມູນິດ ອີນດູຈີນ ”
ກໍ່ເນື່ອງໃນໂອກາດນີ້, ປະຊາຄົມຊາວ ຫວຽດນາມ ຢູ່ບັນດາປະເທດຄື: ອັງກິດ, ສປປ ລາວ, ຈີນ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍສຳຄັນນີ້.