ການເຄື່ອນໄຫວຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ

ການເຄື່ອນໄຫວຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ - ảnh 1
ຄ​ະ​ນະ​ຜູ້​ແທນ ຫວຽດ​ນາມ ເຮັດ​ວຽກ​ຢູ່​ລາວ

(vovworld)- ໃນ​ຕອນ​ເຊົ້າ ວັນທີ 28/10, ຢູ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ, ທ່ານ ນາງ ເຈືອງ​ທິ​ມາຍ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົ​ນຂວາຍ​​ປະ​ຊາ​ຊົນສູນ​ກາງ, ພວ​ມ​ຢ້ຽມ​ຢາມ​ລາວ ໄດ້​ມີ​ການ​ເຮັດ​ວຽກ ​ກັບ ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ລາຍ​ງານ​ໃຫ້​ກັນຮູ້ ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ; ສະ​ພາບ​ການ ແລະ ຜົນ​ການ​ເຄື່ອນ​ໄຫວ​ ຂອງ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບົດ​ຮຽນ ແລະ ​ການ​ກຳ​ນົດ​​ທິດວຽກ​ງານ​ຂົນ​ຂວາຍ​​ປະ​ຊາ​ຊົນຂອງ​ພັກ​ໃນ​ສະ​ພາບ​ການ​ໃໝ່, ພ້ອມ​ທັງ ຢືນ​ຢັນ​ ຈະ​ສົມ​ທັບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ ລະ​ຫວ່າງ ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ, ສອງ​ປະ​ເທດຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາອົບ​ຮົມ​ຢ່າງກວ້າງ​ເລິກ​ໃນ​ໝູ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ ເປັນ​ຕົ້ນ​ແມ່ນ​ຄົນ​ລຸ່ນ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວ​ຽດ​ນາມ-ລາວ.


ຂ່າວ/ບົດ​ອື່ນ