ການເຄື່ອນໄຫວຢ້ຽມ ຢາມ ເຢຍລະມັນຂອງ ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ

ການເຄື່ອນໄຫວຢ້ຽມ ຢາມ ເຢຍລະມັນຂອງ ລັດຖະມົນຕີການ ຕ່າງປະເທດ ຫວຽດນາມ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Pham Binh Minh ເຈລະຈາ​ກັບ​
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​​ສະຫະພັນ​ເຢຍລະ​ມັນ
(ພາບ: news.go.vn)

Vovworld-ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ, ວັນ​ທີ 20/9, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​​ສະຫະພັນ​ເຢຍລະ​ມັນ Guido Westerwele, ກ່ຽວ​ກັບ​ສະພາບ​ການຂອງ​ແຕ່ລະ​ປະ​ເທດ, ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ກໍ​ຄື​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານລັດຖະມົນຕີທັງ 2 ໄດ້ເປັນເອກະສັນກັນຕີລາຄາ ການຍົກລະດັບການພົວພັນຫວຽດນາມ-​ເຢຍລະ​ມັນເປັນຄູ່ຮ່ວມມືຍຸດທະສາດໄດ້ສ້າງ ສະພາບ ແວດລ້ອມ ຊຸກຍູ້ການຮ່ວມມືລະ ຫວ່າງ 2 ປະເທດພັດທະນາຢ່າງ​​ແຂງ​ແຮງ, ຮອບດ້ານ ​ແລະ ບັນລຸ​ປະສິດທິ​ຜົນ​ໃນ​ທຸກໆ​ຂົງ​ເຂດ. ບົນ​ພື້ນຖານ​ນັ້ນ, ທ່ານລັດຖະມົນຕີທັງ 2 ໄດ້ເປັນເອກະສັນກັນ ກ່ຽວກັບບາງ​ມາດ​ຕະການ ​ແລະ ທິດ​ທາງ​ໃຫຍ່​ແນ​ໃສ່​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ​ເຢຍລະ​ມັນ ​ເຂົ້າ​ສູ່​ລວງ​ເລິກ ​ແລະ ຕິດ​ແທດ​ຕົວ​ຈິງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

     ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວພາຍຫຼັງ​ການ​ເຈລະຈາ, ລັດຖະມົນຕີ​ທັງ​ສອງ​ທ່ານ​ໃຫ້​ຮູ​້ວ່າ ​ໄດ້​ເຫັນ​ດີ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍ​ຝ່າຍ, ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ສ້າງ​ຂອບ​ເຂດ​ການ​ຮ່ວມ​ມືຮອບດ້ານ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ເຢຍລະ​ມັນ ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຫວຽດນາມ ກໍ​ຄື​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ເສດຖະກິ, ການ​ຄ້າ​ກັບ​ຫວຽດນາມ. ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Pham Binh Minh ​ໃຫ້​ຮູ້​ວ່າ ບັນດາ​ການ​ພິດ​ພາກ​ກັນ​ວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ມີ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.        ສ່ວນ​ທ່ານ​ລັດຖະມົນຕີ​ເຢຍລະ​ມັນ Guido Westerwele ​ໃຫ້​ຮູ້​ວ່າ, ​ເຢຍລະ​ມັນ​ສະໜັບສະໜູນ​ການ​ເຈລະຈາ​ເພື່ອ​ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ​​ ລະຫວ່າງ​ສະຫະພາບ​ເອີ​ລົບ (EU) ​ແລະ ຫວຽດນາມ ​ໂດຍ​ໄວ.

    ຕອນ​ຄຳ​ຂອງ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດຫວຽດນາມ Pham Binh Minh ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ຫວຽດນາມ ​ໂດຍ​ສະຖານທູດ​ຫວຽດນາມ​ປະຈຳ ​ເຢຍລະ​ມັນຈັດ​ຂຶ້ນ. ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ມີ​ທ່ານ​​ເລຂາທິການ​ໃຫຍ່​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ ສ. ສະຫະ ພັນ​ເຢຍລະ​ມັນ, ບັນດາ ສ.ສ.ຊ , ຜູ້ຕາງໜ້າ​ກະຊວງຂະ​ແໜງ​ການຕ່າງໆ​ຂອງ​ເຢຍລະ​ມັນ​ອີກ​ຫຼາຍ​ທ່ານ.


ຂ່າວ/ບົດ​ອື່ນ